ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ອາ​ວຸດ​ເຄ​ມີ​ ຢູ່ ຊີ​ຣີ

(VOVWORLD) - ວັນທີ 6 ເມສາ, ດ້ວຍບົດບາດເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ ປີ 2021, ຫວຽດນາມ ໄດ້ເປັນປະທານກອງປະຊຸມນັດສາມັນຂອງ ສະພາຄວາມໝັ້ນຄົງ ສປຊ ເພື່ອແລກປ່ຽນ ແລະ ຮັບຟັງບົດລາຍງານກ່ຽວກັບບັນຫາອາວຸດເຄມີ ຢູ່ ຊີຣີ ຂອງທ່ານ Izumi Nakamitsu ຮອງເລຂາທິການໃຫຍ່ ທັງເປັນຜູ້ຕາງໜ້າຂັ້ນສູງກ່ຽວກັບການຫຼຸດຜ່ອນກຳລັງທັບຂອງ ສປຊ.
ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ອາ​ວຸດ​ເຄ​ມີ​ ຢູ່ ຊີ​ຣີ - ảnh 1ກອງປະຊຸມນັດສາມັນຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: VOV)

    ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບການກ່າວປະນາມການກະທຳນຳໃຊ້ອາວຸດເຄມີ ແລະ ເນັ້ນໜັກເຖິງເລື່ອງຕ້ອງເຄົາລົບ ແລະ ປະຕິບັດສົນທິສັນຍາຫ້າມອາວຸດເຄມີຢ່າງຄົບຖ້ວນ ເພື່ອແນໃສ່ມຸ່ງໄປເຖິງການລົບລ້າງອາວຸດດັ່ງກ່າວຢ່າງສິ້ນເຊິງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ສົ່ງເສີມຄະນະເລຂາ ອົງການຫ້າມອາວຸດເຄມີ (OPCW) ແລະ ຊີຣີ ເພີ່ມທະວີການຮ່ວມມືເຕັກນິກ ແລະ ການເຈລະຈາທີ່ມີລັກສະນະສ້າງສັນ. ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງອົງການຫ້າມອາວຸດເຄມີ ແລະ ຊີຣີ ໃນການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຕ້ອງເພີ່ມທະວີການຮ່ວມມື ແລະ ຄວາມເປັນເອກະພາບລະຫວ່າງປະຊາຄົມສາກົນ ຢູ່ ສະພາຄວາມໝັ້ນຄົງ ສປຊ ກໍຄື ໃນກອງປະຊຸມບັນດາປະເທດພາຄີ ສົນທິສັນຍາຫ້າມອາວຸດເຄມີ ເຊິ່ງຈະຈັດຂຶ້ນຢູ່ ໂຮນລັງ ໃນທ້າຍເດືອນເມສານີ້.

        ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍ ກ່ຽວກັບສະພາບການຢູ່ ມາລີ. ນີ້ແມ່ນກອງປະຊຸມເປັນທາງການຄັ້ງທຳອິດໂດຍ ຫວຽດນາມ ເປັນປະທານ ໃນຖານະເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນ ເມສາ.

ນັກຂ່າວ VOV ປະຈຳ ອາເມລິກາ 

ຕອບກັບ

ຂ່າວ/ບົດ​ອື່ນ