ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ

(VOVWORLD) -ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.
ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ - ảnh 1ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ອາຊຽນ (ພາບ: VOV)

ໃນວັນທີ 18 ພະຈິກ 2021 ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ອາຊຽນ, ໄດ້ເປັນປະທານກອງປະຊຸມ ຄັ້ງທີ 47  ຂອງສະພາມອບໝາຍກອງທຶນ ອາຊຽນ(AF BOT 47) ຕາມຮູບແບບທາງໄກ, ນີ້ແມ່ນກອງປະຊຸມຄັ້ງສຸດທ້າຍຂອງ ຫວຽດນາມ ທີ່ເປັນປະທານສະພາມອບໝາຍກອງທຶນ ອາຊຽນ ປີ 2021.

ຢູ່ທີ່ກອງປະຊຸມ, ຕາງໜ້າ AF BOT, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ຊົມເຊີຍຄວາມມານະພະຍາຍາມຂອງກອງທຶນ ອາຊຽນ ໃນການຈັດຕັ້ງບັນດາການເຄື່ອນໄຫວຂອງກອງທຶນ, ແນໃສ່ເພີ່ມທະວີຄວາມຮັບຮູ້ກ່ຽວກັບ ອາຊຽນ, ເຊືຶ່ອມຕໍ່ ແລະ ປະສານສົມທົບກັບຄະນະເລຂາ ອາຊຽນ ແລະ ຄູ່ຮ່ວມມື. ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ ກໍ່ຄືທິດທາງການພັດທະນາຂອງກອງທຶນອາຊຽນໃນປີ 2022, ໃນນັ້ນມີແຜນການຄັດເລືອກເອົາອຳນວຍການບໍລິຫານກອງທຶນໃນໄລຍະ 2023-2026.

ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.

 ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ