ຫວຽດ​ນາມ ເປັນ​ເຈົ​້າ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ

(VOVWORLD) -     ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົງການພັດທະນາ ສປຊ (UNDP) ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບການສ້າງບົດລາຍງານກາງສະໄໝ ກ່ຽວກັບຄວາມສະໝັກໃຈປະຕິບັດບັນດາຂໍ້ສະເໜີແນະຂອງກົນໄກສຳຫຼວດກວດກາປະຈຳໄລຍະ ກ່ຽວກັບສິດທິມະນຸດ ( UPR) ອາຍຸການ ທີ III ຂອງ ສະພາສິດທິມະນຸດ ສປຊ.
ຫວຽດ​ນາມ ເປັນ​ເຈົ​້າ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ - ảnh 1ກອງປະຊຸມສຳມະນາ ຖືກດຳເນີນໃນວັນທີ 14 ກໍລະກົດ ຢູ່ຮ່າໂນ້ຍ (ພາບ: baoquocte.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຫຼັກການຍຸຕິທຳ, ໂປ່ງໃສ, ບໍ່ຈຳແນກການປະພຶດ, ສົນທະນາຢ່າງແທ້ຈິງ ແລະຮ່ວມມືກັນຢ່າງມີປະສິດທິຜົນໃນຂົງເຂດສິດທິມະນຸດ. ຫວຽດນາມ ຖືເປັນສຳຄັນ, ເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຍາມໃດກໍເອົາໃຈໃສ່ເຖິງວິວັດທະນາການ UPR ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງວ່າ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ວຽກງານຂອງ ສະພາສິດທິມະນຸດ ແລະ ພວມສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025.

        ກ່ຽວກັບ ສປຊ, ທ່ານ Kamal Malhotra, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ເປັນເຈົ້າການໃນການຮັບມືກັບບັນດາສິ່ງທ້າທາຍໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ພ້ອມແລ້ວທີ່ຈະຮັບຮອງ ແລະ ມີການກະທຳຜັນຂະຫຍາຍບັນດາຂໍ້ສະເໜີແນະໃນບັນດາຂົງເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ.


ຕອບກັບ

ຂ່າວ/ບົດ​ອື່ນ