ຫວຽດນາມ ​ເປັ​ນ​ເຈ​ົ້າການ​ຮັບ​ມື​ກັບບັນດາ​ກໍລະນີ​​ຕິດ​​ໂລກ​ພະຍາດ Covid – 19 ​ໃໝ່ຕື່ມ​ອີກ

(VOVWORLD) -   ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ  Covid – 19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການສະກັດກັ້ນ ແລະ ຕ້ານໂລກລະບາດໃນໄລຍະປັດຈຸບັນ.
ຫວຽດນາມ ​ເປັ​ນ​ເຈ​ົ້າການ​ຮັບ​ມື​ກັບບັນດາ​ກໍລະນີ​​ຕິດ​​ໂລກ​ພະຍາດ Covid – 19 ​ໃໝ່ຕື່ມ​ອີກ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ (ພາບ: VGP)

        ທີ່ກອງປະຊຸມ, ຄະນະຊີ້ນໍາໃຫ້ຂໍ້ສັງເກດວ່າ, ໃນຈຸດເວລາປັດຈຸບັນ, ຫວຽດນາມພວມຄວບຄຸມສະພາບການໄດ້ເປັນຢ່າງດີ; ປະຕິບັດວຽກງານສະກັດກັ້ນ ແລະ ຕ້ານໂລກລະບາດຢ່າງເປັນເຈົ້າການ ແລະ ທັນການ. ນັບແຕ່ວັນທີ 13 ກຸມພາ ມາຮອດປັດຈຸບັນ, ຫວຽດນາມ ບໍ່ພົບເຫັນກໍລະນີຕິດໂລກລະບາດໃໝ່ຕື່ມອີກ. ແຕ່ປັດຈຸບັນ, ໂລກລະບາດດັ່ງກ່າວພວມແຜ່ລະບາດຢູ່ຫຼາຍກວ່າ 60 ປະເທດ ແລະ ເຂດແຄວ້ນໃນໂລກ ແລະ ນັບມື້ນັບມີການຜັນແປຢ່າງສັບສົນຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ຕ້ອງຄາດຄະເນທຸກກໍລະນີ, ມີບັນດາບາດກ້າວເດີນແທດຈິງ, ບໍ່ປະໝາດ, ຍາມໃດກໍຕ້ອງກຽມພ້ອມຮັບມື ເມື່ອກວດພົບເຫັນກໍລະນີຕິດໂລກພະຍາດຄົນໃໝ່.

        ຕາມທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມແລ້ວ, ນັບແຕ່ເວລາ 00 ໂມງຂອງວັນທີ 3 ມີນາ, ຫວຽດນາມ ຈະຢຸດຕິການຍົກເວັ້ນວິຊາຕາມລໍາພັງຝ່າຍດຽວແບບຊົ່ວຄາວ ສໍາລັບພົນລະເມືອງ ອີຕາລີ. 

ຕອບກັບ

ຂ່າວ/ບົດ​ອື່ນ