ຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບ APEC

ຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບ APEC - ảnh 1
ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມກອງປະຊຸມສະພາທີ່ປຶກສາດຳເນີນທຸະກິດ APEC
(ພາບ: TTXVN)

(vovworld) – ຕອນ​ຄຳ່​ວັນ​ທີ 8/10, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ ບາ​ລີ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 21 ຖືກ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 7 – 8/10/2013 ຢູ່ ອິນ​ໂດ​ເນ​ເຊຍ.

ກ່ອນ​ທີ່​ເດີນທາງ​ກັບ​ເມືອ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ 2 ວາລະ​ປະຊຸມ​ສຳຄັນ​ກ່ຽວ​ກັບ “ວິ​ໄສ​ທັດ APEC ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ໃນ​ໂຄງ​ປະກອບ​ສາກົນ ​ແລະ ພາກ​ພື້ນ​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ” ​ແລະ “​ເຕີບ​ໂຕ​ແບບ​ຍື່ນ​ໂຍງ​ຕິດ​ພັນ​ກັບ​ຍຸຕິ​ທຳ - ຄ້ຳປະກັນ​ດ້ານ​ທັນ​ຍາ​ຫານ, ​ແຫຼ່ງນ້ຳ ​ແລະ ພະ​ລັງງານ”. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄັ້ງ​ຕ່າງໆ, ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ສະໜັບ​ສະ​ໜູນ​ການ​ຮັບຮອງ​ເອົາ ​ແລະ ​ຜັນ​ຂະຫຍາຍ “ຂອບ​ເຂດ​ເຊື່ອມ​ຕໍ່ APEC” ​ໂດຍ​ໄວ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ແທດ​ຈິງ​, ພິ​ເສດ​ແມ່ນ​ການ​ເຊື່ອມ​ຕໍ່​​ການ​ລົງທຶນ ​ແລະ ໜູນ​ຊ່ວຍ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ການ​ສຶກສາ, ການທ່ອງທ່ຽວ, ການຮັບ​ມື​ກັບ​ສະພາ​ວະສຸ​ກ​ເສີນ.​.​.​

    ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ APEC 21, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ບັນດາ​ການ​ນຳ 12 ປະ​ເທດ​ສະມາຊິກ​ຄູ່​ຮ່ວມ​ມື​​ເຂດ ປາຊີ​ຟິກ (TPP). ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ  “​ຖະ​ແຫຼ​ງການ​ຂອງ​ບັນດາ​ການ​ນຳ​ສັນຍາ​ຄູ່​ຮ່ວມ​ມື​ເຂດ ປາຊີ​ຟິກ” ​ແລະ “ບົດ​ລາຍ​ງານ​ຂອງ​ບັນດາ​ລັດຖະມົນຕີ​ການ​ຄ້າ​ສັນຍາ​ຄູ່​ຮ່ວມ​ມື​ເຂດ ປາຊີ​ຟິກ”. ບັນດາ​ການ​ນຳ​ເຫັນ​ດີ​ເຫັນ​ເອກະສັນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ເຫຼືອ​ເພື່ອ​ສຳ​​ເລັດການເຈລະຈາ​ໃນ​ປີ 2013

        ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຂັ້ນ​ສູງ APEC 2013 ບໍ່​ພຽງ​ແຕ່​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ອີກ​ດ້ວຍ.

        ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດ​ໃນ​ການ​ປະຕິບັດ​ງານ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແມ່ນ​ເລື່ອງ ຫວຽ​ດນາມ ປະກາດ​ຈະ​ເປັນ​ເຈົ້າ​ການຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ APEC ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ເວທີ​ປາ​ໄສ​ນີ້​ໃນ​ປີ 2017. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ:

        “​ເລື່ອງ​ເປັນ​ເຈົ້າ​ການຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ APEC ສະ​ແດງ​​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ຂອງ ຫວຽ​ດນາມ ​ໃນ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 11, ພ້ອມ​ທັງ​ໃຫ້​ເຫັນ​ວິ​ໄສ​ທັດ​ໄລຍະ​ຍາວ​ຂອງ ຫວຽດນາມ ກ່ຽວ​ກັບ ອາຊີ - ປາຊີ​ຟິກ ກໍ່​ຄື​ຄວາມ​ຫວັງ​ປະກອບສ່ວນ​​ຂອງ​ພວກ​ເຮົາ​​ເຂົ້າບັນດາ​ບັນຫາ​ລວມຂອງ​ພາກ​ພື້ນ”

        ຕາມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລ້ວ, ​ເລື່ອງ​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ປະຊາ​ຄົມ ອາ​ຊຽນ ​ເຂົ້າ​ເວທີ​ປາ​ໄສ APEC ​ແລະ ບັນດາ​ຂອບ​​ເຂດ​ຮ່ວມ​ມື​ອື່ນ​ຢູ່​ພາ​ກພື້ນ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ຮັກສາ​ສະພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ຍາດ​ແຍ່ງ​ບັນດາ​ແຫຼ່ງກຳລັງ​ສາກົນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ວິວັດ​ການ​ເຊື່ອມ​ໂຍງ​ກໍ່​ນຳ​ມາ​ເຊິ່ງບັນດາ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​ແກ່​ບັນດາ​ທ້ອງ​ຖີ່​ນ, ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ​ໃຫ້​​ແກ່​ປະຊາຊົນ ຫວຽດນາມ.

        “ດ້ວຍ​ຖານະ​ເປັນ​​ປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ APEC ປີ 2017, ພວກ​ເຮົາ​ມີ​ກາລະ​ໂອກາດ​ລຳ້​ຄ່າ​ເພື່ອ​ແນ​ະນຳ​ກັບ​ປະຊາ​ຄົມ​ໂລກກ່ຽວ​ກັບປະ​ເທດ ຫວຽດນາມ ທີ່ປ່ຽນ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫຼາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ. ນີ້​ກໍ່​ແມ່ນ​ໂອກາດ​ເພີ່ມ​ພຸ​ນຄຸນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ​ພວກ​ເຮົາ​ກັບ​ເພື່ອນມິດສາ​ກົນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຄູ່​ຮ່ວມ​ມື, ບັນດາ​ວິ​ສາ​ຫະກິດ, ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ​.​.​.​​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ມູນ​ເຊື້ອ​ປະຫວັດສາດອັນ​ພິ​ລະ​ອາດ​ຫານ, ພື້ນຖານ​ວັດທະນະທຳ​ທີ່​ເຂັມ​ຂົ້ນ​ໄປດ້ວຍ​ສີສັນຊາດ, ກໍ່ຄືຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ບັນດາ​ເຂດ​ແຄ້ວ​ນ​ໃນ​ປະ​ເທດ ຫວຽດນາມ.”

        APEC 2013 ກໍ່​ເປີດ​ກາລະ​​ໂອກາດ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ການ​ພົບ​ປະ 2 ຝ່າຍ​ກັບ​ບັນດາ​ປະມຸກ​ລັດ, ການ​ນຳ​ສະມາຊິກ APEC, ​ໃນ​ນັ້ນ​ມີ​ປາທາ​ນາ​ທິບໍດີ ອິນ​ໂດ​ເນ​ເຊຍ, ​ເຈົ້າ​ຊີວິດ ບຣູ​​ໄນ, ປະທານ​ປະ​ເທດ ຈີນ, ປະທານາທິບໍດີ ລັດ​ເຊຍ, ຫົວໜ້າ​ຄະນະຜູ້​ແທນ ອາ​ເມ​ລິ​ກາ, ນາຍົກລັດຖະມົນຕີ ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ມາດ​ຕະການ​ຕ່າງໆ​ເພື່ອ​ແນ​ໃສ່​ຫັນ​​ເປັນ​ລະອຽດ ​ແລະ ຍູ້​ແຮງ​ບັນດາ​ເນື້ອ​ແທ້​ຂອງ​ການຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ.

ຂ່າວ/ບົດ​ອື່ນ