ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ ອາ​ຊຽນ ຄັ້ງ​ທີ 33

(VOVWORLD) - ໃນກອງປະຊຸມຄັ້ງນີ້ ຈະປຶກສາຫາລືກ່ຽວກັບບັນດາເນື້ອໃນ, ຄື: ເອກະສານການເງິນເອເລັກໂຕນິກຜ່ານປະຕູດຽວ ອາຊຽນ; ຜັນຂະຫຍາຍລະບົບຜ່ານແດນລະຫວ່າງບັນດາປະເທດ ອາຊຽນ (ACTS); ວິວັດທະນາການຜັນຂະຫຍາຍຂໍ້ຕົກລົງຮັບຮອງເຊິ່ງກັນແລະກັນ ກ່ຽວກັບວິສາຫະກິດບຸລິມະສິດໃນ ອາຊຽນ…
ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ ອາ​ຊຽນ ຄັ້ງ​ທີ 33 - ảnh 1ກອງປະຊຸມຖະແຫຼງຂ່າວ (ພາບ: qdnd.vn)

ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບເຫດການສຳຄັນໃນອາຍຸການເປັນປະທານພາສີ ອາຊຽນ ຂອງພາສີ ຫວຽດນາມ ໂດຍກົມໃຫຍ່ພາສີຈັດຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິຫວຽດງາ, ຮອງຫົວໜ້າກົມຮ່ວມມືສາກົນ, ກົມໃຫຍ່ພາສີ ໃຫ້ຮູ້ວ່າ: ກອງປະຊຸມກົມໃຫຍ່ພາສີ ອາຊຽນ ຄັ້ງທີ 33 ຈະດຳເນີນແຕ່ວັນທີ 4 ມິຖຸນາ ຫາວັນທີ 6 ມິຖຸນາ ຢູ່ ຝຸກວັກ, ຫວຽດນາມ.

              ຕາມທ່ານນາງ ຫງວຽນທິຫວຽດງາ ແລ້ວ, ນີ້ແມ່ນຄັ້ງທີ 4 ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ. ຄາດວ່າ ກອງປະຊຸມດັ່ງກ່າວຈະມີການເຂົ້າຮ່ວມຂອງຜູ້ແທນສາກົນປະມານ 100 ຄົນ ທີ່ມາຈາກ 10 ຄະນະພາສີບັນດາປະເທດ ອາຊຽນ, ພ້ອມດ້ວຍການນຳຂັ້ນສູງອົງການພາສີ ບັນດາປະເທດຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ. ຄາດວ່າ ໃນກອງປະຊຸມຄັ້ງນີ້ ຈະປຶກສາຫາລືກ່ຽວກັບບັນດາເນື້ອໃນ, ຄື: ເອກະສານການເງິນເອເລັກໂຕນິກຜ່ານປະຕູດຽວ ອາຊຽນ; ຜັນຂະຫຍາຍລະບົບຜ່ານແດນລະຫວ່າງບັນດາປະເທດ ອາຊຽນ (ACTS); ວິວັດທະນາການຜັນຂະຫຍາຍຂໍ້ຕົກລົງຮັບຮອງເຊິ່ງກັນແລະກັນ ກ່ຽວກັບວິສາຫະກິດບຸລິມະສິດໃນ ອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ