ຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບຊີວະນາໆພັນຮອດປີ 2030, ວິໄສທັດຮອດປີ 2050

(VOVWORLD) -ເປົ້າໝາຍລວມຂອງແຜນຮ່າງແມ່ນ ຈັດຕັ້ງການປະຕິບັດຍຸດທະສາດດັ່ງກ່າວຢ່າງມີປະສິດທິຜົນ.
ຫວຽດນາມ ເພີ່ມທະວີການປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບຊີວະນາໆພັນຮອດປີ 2030, ວິໄສທັດຮອດປີ 2050 - ảnh 1(ພາບປະກອບ: nhandan.vn)

       ວັນທີ 27 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຊັນຂໍ້ຕົກລົງອະນຸມັດແຜນຮ່າງ “ເພີ່ມທະວີການປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບຊີວະນາໆພັນຮອດປີ 2030, ວິໄສທັດຮອດປີ 2050”. ເປົ້າໝາຍລວມຂອງແຜນຮ່າງແມ່ນ ຈັດຕັ້ງການປະຕິບັດຍຸດທະສາດດັ່ງກ່າວຢ່າງມີປະສິດທິຜົນ. ພ້ອມທັງສ້າງລະບົບນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳ ແລະ ບັນດາການກະທຳລະເມີດກົດໝາຍທີ່ກ່ຽວຂ້ອງເຖິງອາດຊະຍາກຳໃນການປົກປັກຮັກສາຊີວະນາໆພັນໃຫ້ສົມບູນແບບ; ຮັບປະກັນລັກສະນະເປັນເອກະພາບ, ມີປະສິດທິຜົນ ແລະ ສອດຄ່ອງກັບສົນທິສັນຍາສາກົນ, ຂໍ້ຕົກລົງສາກົນທີ່ກ່ຽວຂ້ອງ ເຊິ່ງ ຫວຽດນາມ ເປັນສະມາຊິກ.

        ໃນນັ້ນ, ເປົ້າໝາຍລະອຽດຮອດປີ 2030 ແມ່ນປ່ຽນແປງໃໝ່ຮູບແບບໂຄສະນາເພື່ອຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນກ່ຽວກັບການປົກປັກຮັກສາ, ອະນຸລັກຮັກສາສັດພືດປ່າ. ເອົາໃຈໃສ່ເປົ້າໝາຍໂຄສະນາແມ່ນປະຊາຊົນຢູ່ເຂດອະນຸລັກຮັກສາ, ເຂດດິນນ້ຳຖ້ວມ, ເສັ້ນທາງອົບພະຍົບ ແລະ ຈຸດໝາຍປາຍທາງຂອງນົກປ່າຊະນິດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ