ຫວຽດນາມ ເອົາໃຈໃສ່ຕິດຕາມວິວັດການເປີດກວ້າງສະມາຊິກຂອງກຸ່ມ BRICS

(VOVWORLD) - ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າໃນປະຊາຄົມສາກົນ, ກໍຄືຜັນຂະຫຍາຍແນວທາງການຕ່າງປະເທດຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເອກະລາດ, ເປັນເຈົ້າຕົນເອງ
ຫວຽດນາມ ເອົາໃຈໃສ່ຕິດຕາມວິວັດການເປີດກວ້າງສະມາຊິກຂອງກຸ່ມ BRICS - ảnh 1(ພາບປະກອບ: AFP/TTXVN)

        ຕອນບ່າຍວັນທີ 09 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຢູ່ ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບຄຳເຫັນຕໍ່ຄວາມສາມາດທີ່ວ່າ ຫວຽດນາມ ຈະເຂົ້າເປັນສະມາຊິກກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າ BRICS ໃນປີ 2024, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ, ໃຫ້ຮູ້ວ່າ:

        “ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າໃນປະຊາຄົມສາກົນ, ກໍຄືຜັນຂະຫຍາຍແນວທາງການຕ່າງປະເທດຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເອກະລາດ, ເປັນເຈົ້າຕົນເອງ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນຢູ່ບັນດາກົນໄກ, ອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍທົ່ວໂລກ ກໍຄືພາກພື້ນ. ກໍ່ຄືກັນກັບຫຼາຍປະເທດໃນໂລກ, ຫວຽດນາມ ມີຄວາມເອົາໃຈໃສ່ຕິດຕາມວິວັດການເປີດກວ້າງສະມາຊິກຂອງກຸ່ມ BRICS”.

        BRICS ແມ່ນກຸ່ມບັນດາພື້ນຖານເສດຖະກິດ, ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟະລິກາໃຕ້. ຕາມແຜນການ, ແຕ່ຕົ້ນປີ 2024, BRICS ໄດ້ຮັບສະມາຊິກໃໝ່ຈຳນວນໜຶ່ງ. ທີ່ກອງປະຊຸມສຸດຍອດ BRICS ຄັ້ງທີ 15, ຈັດຂຶ້ນໃນເດືອນ ສິງຫາ 2023 ຢູ່ ອາຟະລິກາໃຕ້, ຫວຽດນາມ ແມ່ນ 1 ໃນຈຳນວນ 71 ປະເທດທີ່ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ