ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານ

(VOVWORLD) -ຕອນບ່າຍວັນທີ 2 ມີນາ, ໃນຂອບເຂດກອງປະຊຸມສຸດຍອດສະໄໝສາມັນເທື່ອທີ 49 ຂອງສະພາສິດທິມະນຸດສະຫະປະຊາຊາດທີ່ໄດ້ໄຂຂຶ້ນຢູ່ນະຄອນ Geneva ປະເທດສະວິດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ມີສານທາງອອນລາຍທີ່ສຳຄັນ.
ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ

     ສານຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ການຖືປະຊາຊົນເປັນໃຈກາງ ແລະ ເປັນກຳລັງໜູນຊຸກຍູ້ການພັດທະນາແມ່ນແຜນນະໂຍບາຍລຸລວງຂອງຫວຽດນາມ ນັບແຕ່ປະເທດຫວຽດນາມ ໄດ້ຮັບການສະຖາປະນາໃນປີ 1945. ດ້ວຍສານດັ່ງກ່າວ, ຫວຽດນາມ ຢືນຢັນຄວາມພ້ອມໃຫ້ການ ຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ຊຸກຍູ້ບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ເພີ່ມທະວີການເຄື່ອນໄຫວຂອງສະພາສິດທິມະນຸດໂດຍຜ່ານການສົນທະນາ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະ ກັນ. ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານ, ໃນນັ້ນໃຫ້ບຸລິມະສິດໃຫ້ແກ່ການປົກປ້ອງສິດຂອງບັນດາກຸ່ມເປົ້າໝາຍດ້ອຍໂອກາດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ຮັບປະກັນສິດທິມະນຸດ ໃນການແກ້ໄຂບັນຫາທົ່ວໂລກ, ໂດຍສະເພາະໃນການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ກໍ່ໃຫ້ບຸລິມະສິດແກ່ການຊຸກຍູ້ ສິດດ້ານສຸຂະພາບໃນສະພາບການຕ້ານໂລກລະບາດໂຄວິດ-19, ສິດມີວຽກເຮັດງານທຳທີ່ເໝາະສົມຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ສິດໄດ້ຮັບການສຶກສາທີ່ມີຄຸນນະພາບ ໂດຍອີງໃສ່ຄວາມສະເໝີພາບຂອງໂອກາດ ແລະການເຂົ້າເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ