ຫວຽດນາມ ເໜັ້ນໜັກຄຸນຄ່າ ແລະ ຫຼັກການກົດບັດສະຫະປະຊາຊາດ ແມ່ນພື້ນຖານຂອງກົດໝາຍສາກົນ

(VOVWORLD) - ທ່ານນາງ ເລທິມິງທົວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຜູ້ປະຈຳການຄະນະຜູ້ແທນ ຫວຽດນາມ ທີ່ສະຫະປະຊາຊາດ, ໄດ້ຢັ້ງຢືນວ່າບັນດາຄຸນຄ່າ, ຈຸດປະສົງ ແລະ ຫຼັກການຂອງກົດບັດ ໄດ້ກາຍເປັນພື້ນຖານສຳຄັນຂອງກົດໝາຍສາກົນ.
ຫວຽດນາມ ເໜັ້ນໜັກຄຸນຄ່າ ແລະ ຫຼັກການກົດບັດສະຫະປະຊາຊາດ ແມ່ນພື້ນຖານຂອງກົດໝາຍສາກົນ - ảnh 1ກອງປະຊຸມຈັດຂຶ້ນໃນວັນທີ 20 ກຸມພາ
(ພາບ:VOV-Washington)

ກອງປະຊຸມບັດສາມັນຂອງ ຄະນະກຳມະການພິເສດ ກ່ຽວກັບກົດບັດສະຫະປະຊາຊາດ ໄດ້ໄຂຂຶ້ນໃນວັນທີ 20 ກຸມພາ ແລະ ຈະດຳເນີນຮອດວັນທີ 28 ກຸມພາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກເກືອບ 90 ປະເທດສະມາຊິກ ແລະ ຈາກຫຼາຍອົງການຈັດຕັ້ງສາກົນ. ວາລະກອງປະຊຸມໃນປີນີ້ ສຸມໃສ່ປຶກສາຫາລືກ່ຽວກັບບົດບາດຂອງກົດບັດສະຫະປະຊາຊາດ ໃນວຽກງານຮັກສາສັນຕິພາບ ແລະ ຄວາມສະຫງົບສາກົນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ກໍ່ຄືຕົວຈິງການນຳໃຊ້ມາດຕະການຄົນກາງໃນການໄກ່ເກ່ຍຂໍ້ຂັດແຍ້ງ.

       ກ່າວຄຳເຫັນຕໍ່ທີ່ປະຊຸມ, ທ່ານນາງ ເລທິມິງທົວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຜູ້ປະຈຳການຄະນະຜູ້ແທນ ຫວຽດນາມ ທີ່ສະຫະປະຊາຊາດ, ໄດ້ຢັ້ງຢືນວ່າບັນດາຄຸນຄ່າ, ຈຸດປະສົງ ແລະ ຫຼັກການຂອງກົດບັດ ໄດ້ກາຍເປັນພື້ນຖານສຳຄັນຂອງກົດໝາຍສາກົນ. ກໍ່ກ່ຽວພັນກັບບັນດາວິທີການລົງໂທດ, ຕາງໜ້າ ຫວຽດນາມ ເໜັ້ກໜັກວ່າ ບັນດາວິທີການດັ່ງກ່າວ ບໍ່ຊ່ວຍຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ; ຄວນຈະເປັນພຽງວິທີການສຸດທ້າຍ ແລະ ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ບັນດາຫຼັກການຂອງກົດໝາຍສາກົນເທົ່ານັ້ນ. ຜູ້ຕາໜ້າ ຫວຽດນາມ ຮຽກຮ້ອງບັນດາຄະນະກຳມະການ ກ່ຽວກັບການລົງໂທດ ແລະ ຊ່ຽວຊານ ພິຈາລະນາ, ຕີລາຄາຜົນກະທົບ ຕໍ່ບັນດາການເຄື່ອນໄຫວທຸລະກິດ ແລະ ການລ້ຽງຊີບຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມຄົນທີ່ ໄດ້ຮັບຜົນກະທົບງ່າຍ.

       ກ່ຽວກັບບັນດາວິທີການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຍົກສູງຫຼັກການພື້ນຖານນີ້ຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ