ຫວຽດ​ນາມ -ແດນ​ມາກ: 50 ປ​ີ​ແຫ່ງ​ການ​ຮ່ວມ​ມື​ແບບ​ຍືນ​ຍົງ ແລະ ຮອບ​ດ້ານ

(VOVWORLD) -ວັນທີ 25 ພະຈິກ ປີ 2021 ແມ່ນວັນສະເຫຼີມສະຫຼອງການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ແດນມາກ (25 ພະຈິກ 1971 – 20 ພະຈິກ 2021) ຄົບຮອບ 50 ປີ.
ຫວຽດ​ນາມ -ແດນ​ມາກ: 50 ປ​ີ​ແຫ່ງ​ການ​ຮ່ວມ​ມື​ແບບ​ຍືນ​ຍົງ ແລະ ຮອບ​ດ້ານ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ແດນມາກ Mette Grederiksen (ພາບ: TTXVN)

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນ ໄປຍັງ ພະລາຊີນີແດນມາກ Margrethe II, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍໄປຍັງທ່ານນາງນາຍົກລັດຖະມົນຕີ ແດນມາກ Mette Grederiksen. ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານລັດຖະມົນຕີການຕ່າງປະເທດ ແດນມາກ Jeppe Kofod.

50 ປີນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ມາຮອດປັດຈຸບັນ, ຫວຽດນາມ ແລະ ແດນມາກ ໄດ້ຕັ້ງໜ້າສ້າງຕັ້ງການພົວພັນຄູ່ຮ່ວມມືພັດທະນາແບບຍືນຍົງ, ພິເສດນັບແຕ່ເວລາສອງປະເທດ ໄດ້ລົງນາມຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານ (ເມື່ອເດືອນກັນຍາ 2013). ສອງປະເທດ ນັບມື້ນັບເປີດກ້ວາງການຮ່ວມມືພັດທະນາໃນຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ…

ຕາມທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ Kim Hojlund Christensen ແລ້ວ, ແດນມາກຮູ້ສຶກດີໃຈ ແລະ ເປັນກຽດ ທີ່ໄດ້ປະກອບສ່ວນເຂົ້າບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນວິວັດການຫັນປ່ຽນຈາກປະເທດທີ່ມີລາຍຮັບຕ່ຳກາຍເປັນປະເທດທີ່ມີລາຍຮັບປານກາງຕ່ຳ ແລະ ພວມໃນທ່າພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ