ຫວຽດນາມ ແບ່ງເບົາຄວາມເສົ້າສະຫຼົດໃຈກັບ ສະຫະພັນລັດເຊຍ ກ່ຽວກັບເຫດບຸກໂຈມຕີຢູ່ ມົດສະກູ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin...
ຫວຽດນາມ ແບ່ງເບົາຄວາມເສົ້າສະຫຼົດໃຈກັບ ສະຫະພັນລັດເຊຍ ກ່ຽວກັບເຫດບຸກໂຈມຕີຢູ່ ມົດສະກູ - ảnh 1ສູນການຄ້າ Crocus ທີ່ມົດສະກູ
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)

ໂດຍໄດ້ຮູ້ຂ່າວກ່ຽວກັບເຫດບຸກໂຈມຕີແບບກໍ່ການຮ້າຍຢູ່ສູນການຄ້າ Crocus ທີ່ມົດສະກູ, ສະຫະພັນລັດເຊຍ ໃນຕອນຄ່ຳວັນທີ 22 ມີນາ 2024 (ຕາມເວລາທ້ອງຖິ່ນ)ທີ່ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກບາດເຈັບ, ວັນທີ 23 ມີນາ, ທ່ານນາງຜູ້ຮັກສາການ ປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີລັດເຊຍ Vladimir Putin; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາງປະທານສະພາສະຫະພັນແຫ່ງຊາດລັດເຊຍ Valentina Matvienko ແລະ ທ່ານປະທານສະພາ ດູມາແຫ່ງຊາດ ລັດເຊຍ Vyacheslav Volodin ເຊັ່ນດຽວກັນ.

          ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov.

ຕອບກັບ

ຂ່າວ/ບົດ​ອື່ນ