ຫວຽດ​ນາມ ແມ່ນ “ດວງ​ດາວ​ພວມ​ພັດ​ທະ​ນາ” ໃນ​ຕະຫຼາດ​ເຄິ່ງ​ຊັກ​ນຳ

(VOVWORLD) - ລັດຖະບານ ຫວຽດນາມ ພວມຕັ້ງໜ້າຊຸກຍູ້ການບຳລຸງສ້າງຂະແໜງວິທະຍາສາດຄອບຟີວເຕີ, ມຸ້ງໄປເຖິງການບຳລຸງສ້າງນັກວິສາວະກອນຂະແໜງເຄິງຊັກນຳ 50.000 ຄົນໃນປີ 2030.

  ຕາມບົດຂຽນເອົາລົງໜ້າເວັບຂອງບໍລິສັດຄຸ້ມຄອງການເຄື່ອນໄຫວ ແລະ ໃຫ້ຄຳປຶກສາຍຸດທະສາດດຳເນີນທຸລະກິດ Tractus ແລ້ວ, ຫວຽດນາມ ໄດ້ພິສູດໃຫ້ເຫັນທີ່ຕັ້ງໃຫ່ຍ ແລະ ນັບມື້ນັບເພີ່ມຂຶ້ນ ໃນບະບົບມູນຄ່າເຄິ່ງຊັກນຳຢູ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມປີມໍ່ໆມານີ້.

  ບົດຂຽນໃຫ້ຮູ້ວ່າ ຕະຫຼາດເຄິ່ງຊັກນຳໄດ້ຮັບການຄາດຄະເນວ່າ ຈະເພີ່ມຕື້ນແຕ່ 17,24 ຕື້ USD ໃນປີ 2023 ຂຶ້ນ 26,20 ຕື້ USD ໃນປີ 2027. ຫວຽດນາມ ແມ່ນການພິສູດໃຫ້ແກ່ການເຕີບໂຕນີ້, ໂດຍສະເພາະແມ່ນການສົ່ງອອກເຄື່ອງອາໄຫຼ່ໄຟຟ້າ ໄປຍັງ ອາເມລິກາ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນນັບແຕ່ປີ 2018. ຕາບົດຂຽນ, ຫວຽດນາມ ມີທ່າໄດ້ປຽບດ້ານຄ່າແຮຮງ ຍ້ອນມີກຳລັງແຮງງານຫຼາຍ ແລະ ຄ່າຄອງຊີບຖືກພໍສົມຄວນ. ລັດຖະບານ ຫວຽດນາມ ພວມຕັ້ງໜ້າຊຸກຍູ້ການບຳລຸງສ້າງຂະແໜງວິທະຍາສາດຄອບຟີວເຕີ, ມຸ້ງໄປເຖິງການບຳລຸງສ້າງນັກວິສາວະກອນຂະແໜງເຄິງຊັກນຳ 50.000 ຄົນໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ