ຫວຽດ​ນາມ ແມ່ນ​ຄູ່​ຮ່ວມມ​ື​ທາງ​ການ​ຄ້າ ໃຫຍ່​ອັນ​ດັບ​ທີ 2 ຂອງ ກຳ​ປູ​ເຈຍ ນັບ​ແຕ່​ຕົ້ນ​ປີ

(VOVWORLD) - ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດ ຂອງ ກຳປູເຂຍ ໃນຈຳນວນ ປະເທດ ສະມາຊິກ ອາຊຽນ ເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 2 ຂອງ ກຳປູເຈຍໃນໂລກ, ຖັດຈາກ ຈີນ.
ຫວຽດ​ນາມ ແມ່ນ​ຄູ່​ຮ່ວມມ​ື​ທາງ​ການ​ຄ້າ ໃຫຍ່​ອັນ​ດັບ​ທີ 2 ຂອງ ກຳ​ປູ​ເຈຍ ນັບ​ແຕ່​ຕົ້ນ​ປີ - ảnh 1ພາບປະກອບ

ກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍ ຫາກໍ່ປະກາດຂໍ້ມູນໂດຍໃຫ້ຮູ້ວ່າ ໃນ 2 ເດືອນຕົ້ນປີ 2024, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບັນລຸກ່ວາ 1,41 ຕື້ USD, ເພີ່ມຂຶ້ນ 30,4% ເມື່ອ ທຽບໃສ່ກັບໄລຍະດຽວກັນຂອງປີ 2023. ລະອຽດແມ່ນ ຈຳນວນສິນຄ້າສົ່ງອອກຂອງ ກຳປູເຈຍ ໄປຍັງ ຫວຽດນາມ ບັນລຸ ກ່ວາ 801 ລ້ານ USD ໃນຂະນະທີ່ປະເທດນີ້ນຳເຂົ້າສິນຄ້າຈາກຫວຽດນາມ ມີມູນຄ່າ ກ່ວາ 612 ລ້ານ USD.

ດ້ວຍຕົວເລກດັ່ງກ່າວ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດ ຂອງ ກຳປູເຂຍ ໃນຈຳນວນ ປະເທດ ສະມາຊິກ ອາຊຽນ ເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 2 ຂອງ ກຳປູເຈຍໃນໂລກ, ຖັດຈາກ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ