ຫວຽດ​ນາມ ແມ່ນ​ຄ​ູ່​ຮ່ວມ​ມື​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນອອກ ແລະ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ອິນ​ເດຍ

(VOVWORLD) - ວັນທີ 12 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Jagdeep Dhankhar ຢູ່ນອກກອງປະຊຸມສຸດຍອດ ອາຊຽນ.
ຫວຽດ​ນາມ ແມ່ນ​ຄ​ູ່​ຮ່ວມ​ມື​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນອອກ ແລະ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ອິນ​ເດຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Jagdeep Dhankhar

ເມື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຮັກສາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພົບປະແລກປ່ຽນປະຊາຊົນໃນທຸກຊ່ອງທາງ; ສົມທົບກັນຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນເດຍ ຄົບຮອບ 50 ປີ ໃຫ້ປະສົບຜົນສຳເລັດ ແລະ ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມໃຫ້ມີປະສິດທິຜົນ. ສອງຝ່າຍເຫັນດີເພີ່ມທະວີການຂຸດຄົ້ນຄວາມສາມາດບົ່ມຊ້ອນໃນທຸກຂົງເຂດ ແລະ ສັນຍາການຄ້າ ອາຊຽນ - ອິນເດຍ (AIFTA) ຢ່າງມີປະສິດທິຜົນ; ພ້ອມດຽວກັນນັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສສາກົນ ແລະ ພາກພື້ນ ແລະ ໃນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານຮອງປະທານາທິບໍດີ ອິນເດຍ ຕີລາຄາສູງ ຕໍ່ຜົນງານໃນການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ ແລະ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ