ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ແຜນ​ທີ່​ລົງ​ທຶນ​ຂອງ ອິດ​ສະ​ລາ​ແອັນ

(VOVWORLD) - ສອງປະເທດຈະເຫັນໄດ້ການເຕີບໂຕໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ການຄ້າ ກໍ່ຄືບັນດາຂົງເຂດອື່ນໆ.
ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ແຜນ​ທີ່​ລົງ​ທຶນ​ຂອງ ອິດ​ສະ​ລາ​ແອັນ - ảnh 1ທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະລາແອັນ (ພາບ: TTXVN)

ທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະລາແອັນ ໄດ້ຢັ້ງຢືນວ່າ ດ້ວຍ ສັນຍາການຄ້າເສລີ ສອງຝ່າຍ (FTA) ທີ່ຫາກໍ່ໄດ້ຮັບການລົງນາມ ຫວຽດນາມ ເລີ່ມກາຍເປັນຄູ່ຮ່ວມມືສຳຄັນໃນແຜນທີ່ລົງທຶນຂອງ ອິດສະລາແອັນ. ເມື່ອແບ່ງປັນກັບສື່ມວນຊົນໃນວັນທີ 16 ສິງຫາ ໃນຂອບເຂດການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 13 - 17 ສິງຫາ, ທ່ານລັດຖະມົນຕີ Nir Barkat ຢ້ງຢືນວ່າ ພາຍຫຼັງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (12/7/1993), ຫວຽດນາມ ແລະ ອິດສະລາແອັນ ລ້ວນແຕ່ມີຄວາມຫວັງຍູ້ແຮງການຮ່ວມມືໃນທົ່ວໂລກ. ສອງປະເທດລ້ວນແຕ່ໄດ້ຜັນຂະຍຫາຍບັນດາສັນຍາການຄ້າເສລີ ແລະ ຮ່ວມມືກັບຫຼາຍປະເທດ ແລະ ເຂດແຄ້ວນໂດຍໄວ. ລັດຖະມົນຕີສອງປະເທດລ້ວນແຕ່ເຫັນໄດ້ບັນດາກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນໄລຍະຈະມາເຖິງ.

ຕາມທ່ານ Barkat ລັດຖະມົນຕີ ແລ້ວ, ເລື່ອງສ້າງສາຍການບິນໂດຍກົງລະຫວ່າງສອງປະເທດໂດຍໄວ ຈະແມ່ນ ບາດກ້າວບຸກທະລຸ ໃນການພົວພັນສອງຝ່າຍ. ສອງປະເທດຈະເຫັນໄດ້ການເຕີບໂຕໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ການຄ້າ ກໍ່ຄືບັນດາຂົງເຂດອື່ນໆ, ພ້ອມທັງມີຜະລິດຕະພັນຫວຽດນາມ ຫຼາຍຢ່າງຈະໄດ້ສົ່ງອອກໄປຍັງອິດສະລາແອັນ ແລະ ມີເຕັກໂນໂລຢີອິດສະລາແອັນລາຍຢ່າງຈະນຳເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ