ຫວຽດ​ນາມ ແມ່ນ​ສ່ວນ​ໜຶ່ງ​ໃຈ​ກາງ ໃນ​ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ກາ​ນາ​ດາ

(VOVWORLD) -  ທ່ານນາງ Cindy Termorshuizen ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ການາດາ  ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນສ່ວນໜຶ່ງໃນໃຈກາງຂອງຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເຊິ່ງການາດາຜັນຂະຫຍາຍ. 
ຫວຽດ​ນາມ ແມ່ນ​ສ່ວນ​ໜຶ່ງ​ໃຈ​ກາງ ໃນ​ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ກາ​ນາ​ດາ - ảnh 1ພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສສ. ຫວຽດນາມ  (ພາບ:TTXVN)

ໂດຍເຂົ້າຮ່ວມພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສສ. ຫວຽດນາມ (1945 - 2023) ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ການາດາ (1973 - 2023), ເຊິ່ງໄດ້ຈັດຂຶ້ນຫວ່າງໆມໍ່ໆມານີ້ຢູ່ ນະຄອນຫຼວງ Ottawa (ປະເທດ ການາດາ), ທ່ານນາງ Cindy Termorshuizen ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ການາດາ  ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນສ່ວນໜຶ່ງໃນໃຈກາງຂອງຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ເຊິ່ງການາດາຜັນຂະຫຍາຍ. ທ່ານນາງ Cindy Termorshuizen ໃຫ້ຮູ້ວ່າ ປັດຈຸບັນ ການາດາພວມມີການລົງທຶນຢູ່ ຫວຽດນາມ ທີ່ມີມູນຄ່າ ເກືອບ 2,3 ຕື້ USD.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ຟ້າມວິງກວາງ ໄດ້ແຈ້ງໃຫ້ ແຂກຖືກເຊີນກ່ວາ 250 ທ່ານຮັບຊາບ ກ່ຽວກັບແງ່ຫວັງໃນການພັດທະນາເສດຖະກິດຂອງ ຫວຽດນາມ, ຕາມນັ້ນແລ້ວ ລະດັບການເຕີບໂຕ ຂອງ ຫວຽດນາມ ໃນປີນີ້ ຄາດວ່າຈະບັນລຸເກືອບ 6%, ນຳຫວຽດນາມ ກາຍເປັນໜຶ່ງໃນ 35 ຕະຫຼາດໃຫຍ່ທີ່ສຸດໃນໂລກ, ຢືນຢູ່ອັນດັບ 4 ໃນອາຊີ - ປາຊີຟິກ ແລະ ອັນດັບທີ 4 ໃນອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ