ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ

(VOVWORLD) - ບັນດາຜູ້ແທນຖືວ່າ: ການປະຕິບັດຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຮັບຜິດຊອບຂອງປະເທດພາຄີ ທີ່ໄດ້ລະບຸໄວ້ໃນສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ
ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ - ảnh 1ກອງປະຊຸມສຳມະນາແນະນຳຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບເດັກນ້ອຍ ຈັດຂຶ້ນຢູ່ຮ່າໂນ້ຍ
(ພາບ:Hà Nam/ VOV)

ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກອງທຶນເດັກ ສປຊ ປະຈຳ ຫວຽດນາມ (Unicef) ຈັດກອງປະຊຸມສຳມະນາແນະນຳຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບເດັກນ້ອຍ ແລະ ບົດລາຍງານແຫ່ງຊາດຄັ້ງທີ 5 ແລະ ທີ 6 ຂອງ ຫວຽດນາມ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ການປະຕິບັດຂໍ້ສະເໜີແນະຂອງຄະນະກຳມະການ ສປຊ ກ່ຽວກັບສິດທິເດັກ ເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຮັບຜິດຊອບຂອງປະເທດພາຄີ ທີ່ໄດ້ລະບຸໄວ້ໃນສົນທິສັນຍາຂອງ ສປຊ ກ່ຽວກັບສິດທິເດັກ. ທ່ານນາງ ເລຮົ່ງລວານ, ຫົວໜ້າໂຄງການປົກປ້ອງເດັກ, ກອງທຶນເດັກ ສປຊ ປະຈຳ ຫວຽດນາມ, ຖືວ່າ:

        “ຂໍ້ສະເໜີແນະແມ່ນຂົງເຂດຮອບດ້ານ ເພື່ອໃຫ້ພວກເຮົາພິຈາລະນາ ແລະ ຕີລາຄາຄືນສະພາບການປະຕິບັດສິດທິເດັກ; ປະກອບສ່ວນສ້າງນະໂຍບາຍ, ກົດໝາຍ ແລະ ແຜນການຊຸກຍູ້ການປະຕິບັດສິດທິເດັກຢູ່ ຫວຽດນາມ ໃຫ້ດີກ່ວາອີກ. ຄະນະກຳມະການເນັ້ນໜັກບັນດາມາດຕະການປັບປຸງສິດທິເດັກຂອງ ຫວຽດນາມ, ເຊິ່ງລວມມີ: ສືບຕໍ່ກວດກາຄືນ, ປັບປຸງກອບນິຕິກຳ; ຮັບປະກັນປະຕິບັດສົນທິສັນຍາຢ່າງຄົບຖ້ວນ; ຮັບປະກັນແຫຼ່ງກຳລັງເພື່ອປະຕິບັດສິດທິເດັກ, ເພີ່ມທະວີຂໍ້ມູນຫຼັກຖານກ່ຽວກັບເດັກໃຫ້ແກ່ວາງກຳນົດນະໂຍບາຍ, ໂຄສະນາຍົກສູງສະຕິຄວາມຮັບຮູ້ ແລະ ການສຶກສາກ່ຽວກັບສິດທິເດັກ”.

ຕອບກັບ

ຂ່າວ/ບົດ​ອື່ນ