ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ 10 ປະ​ເທດ ຮັບເງິນ​ຕາ​ຕ່າງ​ປະ​ເທດ​ໂດຍ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາກ​ມາ ຫຼາຍ​ທີ່​ສຸດ​ໃນ​ໂລກ

(VOVWORLD) - ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫວຽດນາມ ໃນຊຸມວັນທ້າຍປີ ເພີ່ມຂຶ້ນຢ່າງແຮງ ແລະ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນເຕັດ.
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ 10 ປະ​ເທດ ຮັບເງິນ​ຕາ​ຕ່າງ​ປະ​ເທດ​ໂດຍ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາກ​ມາ ຫຼາຍ​ທີ່​ສຸດ​ໃນ​ໂລກ - ảnh 1ພາບປະກອບ: vnbusiness

ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມ ຝາກມາ ຫວຽດນາມ ໃນປີ 2023 ເພີ່ມຂຶ້ນປະມານ 25 – 30% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຂໍ້ມູນໂດຍຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍົກອອກມາທີ່ການຖະແຫຼງຂ່າວໃນຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ. ຕາມທ່ານ ຫງວຽນແມັງດົງ, ຮອງຫົວໜ້າຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ ຫວຽດນາມ ໃນຊຸມວັນທ້າຍປີ ເພີ່ມຂຶ້ນຢ່າງແຮງ ແລະ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະໃກ້ກັບບຸນເຕັດ. ໃນນັ້ນ, ຈຳນວນເງິນຕາຕ່າງປະເທດ ໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມານະຄອນ ໂຮ່ຈີມິນ ແມ່ນຫຼາຍທີ່ສຸດ. ຕາມທະນາຄານແຫ່ງລັດ ສາຂານະຄອນ ໂຮ່ຈີມິນ ແລ້ວ, ຈຳນວນ ເງິນຕາຕ່າງປະເທດ ໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ USD, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ