ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ 5 ປະ​ເທດ ອາ​ຊຽນ ມີ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ດີ

(VOVWORLD) - ຫວຽດນາມ ພ້ອມກັບ ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ຕີລາຄາວ່າ ແມ່ນບັນດາປະເທດທີ່ມີສະພາບແວດລ້ອມດຳເນີນທຸລະກິດດີກວ່າໝູ່. ເກືອບ 71% ບໍລິສັດ ຈີນ ມີແຜນການເປີດກວ້າງການເຄື່ອນໄຫວຢູ່ ອາຊຽນ.

ວັນທີ 27 ທັນວາ, ຄະນະກຳມະການສົ່ງເສີມການຄ້າ ຈີນ (CCPIT) ໄດ້ປະກາດ “ບົດລາຍງານສະພາບແວດລ້ອມດຳເນີນທຸລະກິດ ອາຊຽນ 2023”. ຕາມນັ້ນແລ້ວ, ຫວຽດນາມ ພ້ອມກັບ ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ຕີລາຄາວ່າ ແມ່ນບັນດາປະເທດທີ່ມີສະພາບແວດລ້ອມດຳເນີນທຸລະກິດດີກວ່າໝູ່. ເກືອບ 71% ບໍລິສັດ ຈີນ ມີແຜນການເປີດກວ້າງການເຄື່ອນໄຫວຢູ່ ອາຊຽນ.

        ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ, ປີ 2023, ສະພາບແວດລ້ອມສັງລວມຂອງ ອາຊຽນ ເປັນປົກກະຕິ ແລະ ໄດ້ຮັບການປົວແປງ, ບັນດາບໍລິສັດຈີນ ປາດຖະໜາວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ປົວແປງສະພາບແວດລ້ອມດຳເນີນທຸລະກິດ; ເພີ່ມທະວີຄວາມມານະພະຍາຍາມປະຕິບັດສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ດ້ວຍຄຸນນະພາບສູງ, ຍົກສູງລັກສະນະສະຖຽນລະພາບ ແລະ ຍຸຕິທຳຂອງນະໂຍບາຍລົງທຶນຕ່າງປະເທດໃຫ້ສູງກວ່າອີກ, ກໍຄືເພີ່ມທະວີການສ້າງພື້ນຖານໂຄງລ່າງຢ່າງບໍ່ຢຸດຢັ້ງ ຄື logistics, ເຕັກນິກດີຈີຕອນ, ພະລັງງານ ແລະ ພະລັງງານໄຟຟ້າ  ເພື່ອຊຸກຍູ້ການພັດທະນາເສດຖະກິດສີຂຽວ. ໃນຊຸມປີມໍ່ໆມານີ້, ການແລກປ່ຽນເສດຖະກິດ, ການຄ້າ ລະຫວ່າງ ຈີນ ແລະ ອາຊຽນ ນັບມື້ນັບແໜ້ນແຟ້ນ. ໃນ 11 ເດືອນ ຂອງປີ 2023, ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ