ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອົດ​ສະ​ຕາ​ລີ

(VOVWORLD) - ວັນທີ 5 ມິນາ, ຢູ່ນະຄອນ Melbourne, ລັດ Victoria, ໃນຂອບເຂດກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານນາງລັດຖະມົນຕີການຕ່າງປະເທດ  ອົດສະຕາລີ Penny Wong.
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ອົດ​ສະ​ຕາ​ລີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ  ອົດສະຕາລີ Penny Wong (ພາບ:TTXVN)
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາບ້ວງເງິນໜູນຊ່ວຍທີ່ມີມູນຄ່າເກືອບ 200 ລ້ານ AUD (ເກືອບ 130 ລ້ານ USD) ກ່ຽວກັບການພັດທະນາພະລັງງານສະອາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເຊິ່ງທ່ານນາຍົກລັດຖະມົນຕີ ອົດສະຕາລີ  Anthony Albanese ແລະ ທ່ານນາງລັດຖະມົນຕີ ໄດ້ປະກາດ ເນື່ອງໃນໂອກາດມາ ຢ້ຽມຢາມ ຫວຽດນາມ ຫວ່າງມໍ່ໆມານີ້.

   ໃນວັນດຽວກັນ, ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ, ທ່ານ Simon Birmingham, ລັດຖະມົນຕີການຕ່າງປະເທດ ຝ່າຍຄ້ານ ຢູ່ ອົດສະຕາລີ, ຢັ້ງຢືນວ່າ ອົດສະຕາລີ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ; ພ້ອມທັງເນັ້ນໜັກວ່າ ຍາມໃດກໍສະໜັບສະໜູນການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ.

        ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະກັບທ່ານ Nicholas Moore, ທູດພິເສດຂອງລັດຖະບານ ອົດສະຕາລີ ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຫວຽດງາ, ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ