ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - “ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ. 
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານ Eduardo Paes Saboia ຮອງລັດຖະມົນຕີການຕ່າງປະເທດ ບຣາຊິນ (ພາບ: vass)

“ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ບຣາຊິນ ຢູ່ອາຊີຕາເວັນອອກສ່ຽງໃຕ້”. ນີ້ແມ່ນຄຳຢັ້ງຢືນຂອງ ທ່ານ Eduardo Paes Saboia ຮອງລັດຖະມົນຕີການຕ່າງປະເທດ ບຣາຊິນ ຮັບຜິດຊອບອາຊີ ແລະ ປາຊີຟິກ ໃນການພົບປະແລກປ່ຽນມິດຕະພາບ ຫວຽດນາມ - ບຣາຊິນ, ໂດຍສະຖານທູດ ຫວຽດນາມ ຈັດຂຶ້ນ ໃນວັນທີ 15 ມີນາ ຢູ່ Brasilia (ບຣາຊິນ). ການພົບປະແລກປ່ຽນແມ່ນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 35 ປີ (8/5/1989-8/5/2024) ແລະ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ບຣາຊິນ ຄົບຮອບ 17 ປີ.

ທ່ານ Paes Saboia ຕີລາຄາສູງລະດັບຄວາມໄວການເຕີບໂຕໃນວົງເງິນການຄ້າລະຫວ່າງສອງປະເທດໃນໄລຍະ 20 ປີມານີ້ ແລະ ບັນລຸລະດັບສະຖິຕິໃນປີ 2023 ດ້ວຍ ກວ່າ 7 ລ້ານ USD. ທ່ານຊີ້ແຈ້ງວ່າ “ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ. ຕາມແຜນການແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Mauro Vieira ຈະຢ້ຽມຢາມ ຮ່າໂນ້ຍ ໃນເດືອນເມສາຈະມາເຖິງ ແລະ ທ່ານ Paes Saboia ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງອາຍຸການເປັນປະທານ G20 ຂອງ ບຣາຊິນ.

ໃນຂະນະນັ້ນ, ທ່ານສະມາຊິກລັດຖະສະພາ Marcio Honaiser, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ບຣາຊິນ - ຫວຽດນາມ ຖືວ່າ ຫວຽດນາມ ແລະ ບຣາຊິນ ແມ່ນຂົວຕໍ່ເພື່ອເພີ່ມທະວີການຮ່ວມມືລະຫວ່າງກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ແລະ ອາຊຽນ ກໍຄືບັນດາອົງການຈັດຕັ້ງອື່ນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ