ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ ແມ່ນ​ເພື່ອນ​ມິດ​ທີ່​ດີ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ໃໝ່

(VOVWORLD) - ສອງປະເທດມີຄວາມເອກອ້າງທະນົງໃຈຕໍ່ນ້ຳໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນ, ການຮ່ວມມືສອງຝ່າຍ ທີ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ.
ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ ແມ່ນ​ເພື່ອນ​ມິດ​ທີ່​ດີ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ໃໝ່ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ  ແລະ ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev (ພາບ: TTXVN)

ຕອນຄ່ຳວັນທີ 21 ສິງຫາ, ຢູ່ສູນ ກອງປະຊຸມ ສາກົນ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເປັນປະທານງານລ້ຽງຕ້ອນຮັບ ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນວ່າ ສອງປະເທດມີຄວາມເອກອ້າງທະນົງໃຈຕໍ່ນ້ຳໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນ, ການຮ່ວມມືສອງຝ່າຍ ທີ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. ໃນການຢ້ຽມຢາມ ຫວຽດນາມ, ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດສຳຄັນເພື່ອຊຸກຍູ້ການຮ່ວມມືສອງຝ່າຍ, ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ:

ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ ຂອງທ່ານປະທານາທິບໍດີ ໄດ້ເພີ່ມກຳລັງແຮງໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ, ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ຂ້າພະເຈົ້າໄດ້ຮູ້ວ່າ ທ່ານປະທານາທິບໍດີ ໄດ້ສະແດງໃຫ້ເຫັນຄວາມຫວັງກ່ຽວກັບການເຊື່ອມຕໍ່ກັບ 30 ປະເທດພັດທະນາໃນໂລກ ໃນບົດຂຽນສະເຫຼີມສະຫຼອງ 175 ປີແຫ່ງວັນຄ້າຍວັນເກີດຂອງ ທ່ານ Abai, ນັກແນວຄິດທີ່ມີຊື່ສຽງຂອງ ກາຊັກສະຖານ. ຫວຽດນາມ ຢາກເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງທຸກປະເທດ ແລະ ພວມແມ່ນປະເທດນອນໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າກ່ຽວກັບການຄ້າ. ພວກຂ້າພະເຈົ້າມີເງື່ອນໄຂຢ່າງພຽງພໍເພື່ອກາຍເປັນເພື່ອນມິດທີ່ດີໃນວິວັດທະນາການພັດທະນາໃໝ່.

ສ່ວນທ່ານປະທານາທິບໍດີ Kassym-Jomart Tokayev ເນັ້ນໜັກວ່າ ກາຊັກສະຖານຖື ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກ, ຄູ່ຮ່ວມມືສຳຄັນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານໃຫ້ຮູ້ວ່າ:    

ນັບແຕ່ວັນທີ 21 ສິງຫາ, ການພົວພັນລະຫວ່າງ ກາຊັກສະຖານ ແລະ ຫວຽດນາມ ຈະກ້າວເຂົ້າສູ່ໜ້າປະຫວັດສາດໃໝ່. ພວກເຮົາມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ພ້ອມກັນນັ້ນແມ່ນມີວຽກງານຫຼາຍຢ່າງທີ່ຈະຕ້ອງປະຕິບັດໃນພາຍພາກໜ້າ. ມື້ນີ້, ຂ້າພະເຈົ້າໄດ້ເຊື້ອເຊີນທ່ານ ຫວໍວັນເຖືອງ, ປະທານປະເທດ ສສ.ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດປະເທດ ກາຊັກສະຖານໃນກາງເດືອນມິຖຸນາປີ 2024. ຂ້າພະເຈົ້າຢາກມີການພົວພັນຢ່າງແໜ້ນແຟ້ນກັບທ່ານຫວໍວັນເຖືອງ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງສອງປະເທດພວກເຮົາ. ດ້ວຍຖານະເປັນປະທານາທິບໍດີ ປະເທດ ກາຊັກສະຖານ, ຂ້າພະເຈົ້າສ້າງທຸກເງື່ອນໄຂເພື່ອໃຫ້ການພົວພັນລະຫວ່າງສອງປະເທດພວກເຮົານັບມື້ນັບໝັ້ນແກ່ນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ