ຫວຽດນາມ ແລະ ກຳປູເຈຍ ຕ້ອງມີຄວາມຮັບຜິດຊອບດ້ານປະຫວັດສາດຕໍ່ກັບແມ່ນ້ຳຂອງ

ຫວຽດນາມ ແລະ ກຳປູເຈຍ ຕ້ອງມີຄວາມຮັບຜິດຊອບດ້ານປະຫວັດສາດຕໍ່ກັບແມ່ນ້ຳຂອງ - ảnh 1
ທ່ານ Kim Kean Hor ລັດຖະມົນຕີ​ກະຊວງ​ຊົນລະປະທານ ​ແລະ ອຸຕຸນິຍົມ ກຳ​ປູ​ເຈຍ ແລະ ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ
ພາບ: internet
(vovword) -  ຫວຽດນາມ ​ແລະ ກຳປູ​ເຈຍ ພວມ​ຢືນ​ຕໍ່ຫນ້າ​ຄວາມ​ຮັບຜິດຊອບ​ດ້ານ​ປະຫວັດສາດດ້ວຍ​ການ​ຄົງ​ຕົວ​ແບບ​ຍືນ​ຍົງ​ຂອງ​ແມ່​ນ້ຳຂອງ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ໂດຍ​ທ່ານ Kim Kean Hor ລັດຖະມົນຕີ​ກະຊວງ​ຊົນລະປະທານ ​ແລະ ອຸຕຸນິຍົມ ກຳ​ປູ​ເຈຍ ຍົກ​ອອກມາ ​​ໃນຕອນ​ບ່າຍ​ວັນ​ທີ 3/7 ຢູ່ ນະຄອນຫລວງ ພະນົມ​ເປັນ ທີ່ການ​ເຮັດ​ວຽກ​ກັບ​ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ເຊິ່ງ​ພວມ​ຢ້ຽມຢາມ ກຳປູ​ເຈຍ. ທີ່​ການ​ເຮັດ​ວຽກ, ການ​ນຳ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ແລະ ກະຊວງ​ຊົນລະປະທານ ອຸຕຸ​ນິຍົມ ກຳ​ປູ​ເຈຍ ​ໄດ້​ປຶກສາ​ຫາລື ​ແລະ ຮັບ​ຮອງ​ເອົາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ເລື່ອງ​ສອງ​ປະ​ເທດ​ພ້ອມ​ກັນ​ປະຕິບັດ​​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຜົນກະທົບ​ຈາກ​ການ​ພັດທະນາ​​ເຂື່ອນໄຟຟ້າ​ໃນ​ແມ່​ນ້ຳຂອງ ​ແລະ ບັນດາ​ຮູບ​ການ​ພັດທະນາ​ອື່ນ​ຢູ່​ຍ່ານ​ເຫນືອ​ຕະຫລອດ​ຮອດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຂອງ ກຳປູ​ເຈຍ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ຫວຽດນາມ. ທ່ານ Nguyen Minh Quang ລັດຖະມົນຕີ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ມື້​ນີ້ ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ປຶກສາ​ຫາລື​ນຳ​ກັນ​ວ່າ ຫວຽດນາມ ​ແລະ ກຳປູ​ເຈຍ ຈະ​ພ້ອມ​ກັບ​ລາວ ​ແລະ ​ໄທ ຄົ້ນ​ຄ້ວາ​ສັງ​ລວມທຸກ​ການ​ກະທົບ​ເຖິງ​ແມ່​ນ້ຳຂອງ. ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ປຶກສາ​ຫາລື ​ແລະ ມີ​ຄຳ​ໝັ້ນ​ສັນຍາ​ວ່າ: ສອງ​ປະ​ເທດ​ຈະ​ພ້ອມ​ກັບ​ລາວ ​ແລະ ​ໄທ ຄົ້ນ​ຄ້ວາສັງ​ລວມ ​ເພື່ອ​​ເຮັດ​ແນວ​ໃດ​ໃຫ້​ແມ່​ນ້ຳຂອງ​ກາຍ​ເປັນ​ແມ່​ນ້ຳ​ຮ່ວມ​ສຳພັນ​ປະຫວັດສາດ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ​​​ລຸ່ມແມ່​ນ້ຳ​ຂອງ.”

 

ຂ່າວ/ບົດ​ອື່ນ