ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເປັນ​ກຽ​ດຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot

(VOVWORLD) - ຄວາມສະໜິດຕິດພັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ສືບຕໍ່ນຳການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານ ພັດທະນາຂຶ້ນສູ່ລະດັບສູງໃໝ່.
ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເປັນ​ກຽ​ດຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot - ảnh 1ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນເຊົ້າວັນທີ 7 ມັງກອນ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ເປັນປະທານ ພ້ອມກັບ ຄະນະກຳມະການນະຄອນຮ່າໂນ້ຍ ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ສົງຄາມປົກປັກຮັກສາເຂດຊາຍແດນຕາເວັນຕົກສ່ຽງໃຕ້ຂອງຫວຽດນາມ ແລະ ພ້ອມກັບທະຫານປະຊາຊົນກຳປູເຈຍ ຍາດໄຊຊະນະລະບົບດັບສູນເຊື້ອຊາດ Pol Pot (07/01/1979-07/01/2024). ເຂົ້າຮ່ວມພິທີມີທ່ານ ຫວໍວັນເຖືອງ ປະທານປະເທດ ຫວຽດນາມ, ທ່ານ ຮອງນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Neth Savoeun.

ໃນບົດກ່າວປາໄສທີ່ພິທີ, ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ໄຊຊະນະປະຫວັດສາດ ວັນທີ 7 ມັງກອນ 1979 ແມ່ນໄຊຊະນະລວມຂອງປະຊາຊົນສອງປະເທດ, ປົກປັກຮັກສາ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖວ້ນຂອງ ຫວຽດນາມ ແລະ ກຳປູເຈຍ, ກູ້ເອົາຊີວິດປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກວິນາດສະກຳດັບສູນເຊື້ອຊາດ, ເປີດໄລຍະໃໝ່, ພັດທະນາໃນເອກະລາດ, ເສລີພາບ, ສັນຕິພາບ, ເປັນກາງ, ວັດທະນາຖາວອນ”. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມສະໜິດຕິດພັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ສືບຕໍ່ນຳການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານ ພັດທະນາຂຶ້ນສູ່ລະດັບສູງໃໝ່.

ແລະກໍ່ໃນຕອນເຊົ້າວັນດຽວກກັນ, ຢູ່ນະຄອນຫຼວງ Phnom Penh , ກຳປູເຈຍ, ພັກປະຊາຊົນ ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະລະບອບ ດັບສູນເຊື້ອຊາດ Pol Pot (07/1/1979 - 07/1/2024) ຢູ່ຫໍປະຊຸມ Koh Pech, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Manet.

ຕອບກັບ

ຂ່າວ/ບົດ​ອື່ນ