ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືໃນຂົງເຂດ ສຶກສາ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືໃນຂົງເຂດ ສຶກສາ - ảnh 1
ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ເຈລະຈາ​ກັບ
ກະຊວງ​ສຶກສາ, ຊາວ​ໜຸ່ມ ​ແລະ ກິລາ​ກຳປູ​ເຈຍ
(ພາບ: TTXVN)


(vovworld) - ​ ຕອນ​ບ່າຍ​ວັນ​ທີ 04/12, ຢູ່​ນະຄອນຫຼວງ ພະນົມ​ເປັນ, ທ່ານ​ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, ປະທານ​ສະພາ​ຈັດ​ຕັ້ງ​ລັດຖະມົນຕີ​ການ​ສຶກສາ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEAMEO) ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ, ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ, ຊາວ​ໜຸ່ມ ​ແລະ ກິລາ​ກຳປູ​ເຈຍ Hang Chuon Naron. ທ່ານ ລັດຖະມົນຕີ ຟ້າ​ມຫວູລ້ວນ, ​ປະທານ​ສະພາ SEAMEO, ປາດ​ຖະໜາ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ກຳປູ​ເຈຍ ສ້າງ​ຕັ້ງ​ບັນດາ​ສູນ​ SEAMEO ຂອງ​ຕົນ, ​ເພື່ອ​​ແນ​ໃສ່​ສ້າງ​​ເງື່ອນໄຂ​ສະດວກ​ໃຫ້​ການ​ເຄື່ອນ​ໄຫວ​ໃນ​ການ​ຮ່ວມ​ມື​ສຶກສາລະ​ຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພ້ອມ​ກັນຍົກສູງ​ຄຸນ​ນະພາ​ບບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ກະກຽມ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​ໃນ​ຂົງ​ເຂດ​ສຶກສາລະ​ຫວ່າງ​ຫວຽດນາມ - ກຳປູ​ເຈຍ, ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ ​ແລະ ທ່ານ​ລັດຖະມົນຕີ Hang Chuon Naron ​​ເຫັນ​ດີ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ລະອຽດກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ໜູມຊ່ວຍ​ໃຫ້​ນັກຮຽນ​ທີ່​ພວມ​ຮໍ່າຮຽນ​ຢູ່​ຕ່າງປ​ະ​ເທດ, ຄົ້ນຄວ້າ​ສ້າງ​ຄວາມ​ດູ​່ນດ່ຽງ​ຂະ​ແໜງ​ບຳລຸງ​ສ້າງ​ນັກ​ສຶກສາ​ຮໍ່າຮຽນ​ຢູ່ຕ່າງປະ​ເທດ, ທົດ​ລອງ​ຄຸນ​ນະພາບການສຶກສາ...  2 ຝ່າຍ​ເຫັນ​ດີສ້າງ​ສຳ​ເລັດ​ເນື້ອ​ໃນ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ສຶກສາລະ​ຫວ່າງ 2 ປະ​ເທດ​ໂດຍ​ໄວ ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ