ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

(VOVWORLD) - ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ເວົ້າລວມ ແລະ ລະຫວ່າງ 2 ກະຊວງເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບຍາມໃດການນຳທຸກຂັ້ນກໍ່ຖືເປັນສຳຄັນ ແລະ ຊຸກຍູ້
ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບນາຍພົນອາວຸໂສ Neth Savoeun, ຫົວໜ້າກົມໃຫຍ່ຕຳຫຼວດແຫ່ງຊາດ, ກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ.

        ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ເວົ້າລວມ ແລະ ລະຫວ່າງ 2 ກະຊວງເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບຍາມໃດການນຳທຸກຂັ້ນກໍ່ຖືເປັນສຳຄັນ ແລະ ຊຸກຍູ້. ທ່ານລັດຖະມົນຕີ ໂຕເລີມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ກຽມພ້ອມໜູນຊ່ວຍ, ແບ່ງປັນບົດຮຽນ, ສົມທົບກັບກະຊວງພາຍໃນ ກຳປູເຈຍ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຫດການການເມືອງ, ວັດທະນະທຳ, ກິລາໃຫຍ່ຂອງ ກຳປູເຈຍ.

        ສ່ວນນາຍພົນອາວຸໂສ Neth Savoeun ໃຫ້ຄຳໝັ້ນສັນຍາ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະຈະມາເຖິງ, ຜ່ານນັ້ນກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊຶ້ອ, ສະໜິດຕິດພັນລະຫວ່າງສອງພັກ, ສອງລັດ, ສອງກະຊວງ ແລະ ປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ