ຫວຽດນາມ ແລະ ຄູ່ຮ່ວມມືສາກົນຮັກສາຄຳໝັ້ນສັນຍາ “ບໍ່ປະໃຫ້ໃຜຖືກຕົກຢູ່ທາງຫຼັງ”

(VOVWORLD) - ທ່ານຮອງລັດຖະມົນຕີ ໂດ໋ຮູ່ງຫວຽດ ໄດ້ຊີ້ແຈ້ງບັນດາກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ການປະຕິບັດໂຄງການດຳເນີນງານ 2030...
ຫວຽດນາມ ແລະ ຄູ່ຮ່ວມມືສາກົນຮັກສາຄຳໝັ້ນສັນຍາ “ບໍ່ປະໃຫ້ໃຜຖືກຕົກຢູ່ທາງຫຼັງ” - ảnh 1ທ່ານ ຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮູ່ງຫວຽດ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Akimoto Masatoshi
(ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມປະຈຳປີຄັ້ງທີ 79 ຂອງຄະນະກຳມະການເສດຖະກິດ ແລະ ສັງຄົມ ສປຊ ພາກພື້ນ ອາຊີ - ປາຊີຟິກ (UNESCAP) ດ້ວຍຫົວຂໍ້ “ເພີ່ມທະວີການກະທຳດ້ານອາກາດ ຢູ່ພາກພື້ນ ອາຊີ - ປາຊີຟິກ ຮັບໃຊ້ການພັດທະນາແບບຍືນຍົງ”, ເຊິ່ງຈັດຂຶ້ນໃນວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງ ບາງກອກ,ປະເທດໄທ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໋ຮູ່ງຫວຽດ ໄດ້ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາຄູ່ຮ່ວມມືສາກົນ ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ຢູ່ໃນໂລກ ໂດຍອີງໃສ່ທິດນຳ “ບໍ່ປະໃຫ້ໃຜຖືກຕົກຢູ່ທາງຫຼັງ”:

        “ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າພໍສົມຄວນແຕ່ບໍ່ສະໝ່ຳສະເໝີ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ຖ້າບໍ່ມີຄວາມມານະພະຍາຍາມຫຼາຍກ່ວາ ກໍ່ຄືການໜູນຊ່ວຍຫຼາຍກ່ວາຈາກສາກົນ, ຫຼາຍເປົ້າໝາຍ SDGs ຈະບໍ່ສາມາດບັນລຸໄດ້ໃນປີ 2030. ກ່ຽວກັບບັນຫານີ້, ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ການຮ່ວມມືອັນລ້ຳຄ່າຈາກປະຊາຄົມສາກົນ, ໃນນັ້ນມີ UNESCAP, ເພື່ອໃຫ້ພວກເຮົາອາດສາມາດຫັນຄວາມຄາດຫວັງໃນການພັດທະນາແບບຍືນຍົງ ແລະ ບັນດາຄຳໝັ້ນສັນຍາຢູ່ COP 26 ໃຫ້ປະສົບຜົນເປັນຈິງ”.

        ທ່ານຮອງລັດຖະມົນຕີ ໂດ໋ຮູ່ງຫວຽດ ໄດ້ຊີ້ແຈ້ງບັນດາກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ຢູ່ ຫວຽດນາມ, ໃນນັ້ນ ເນັ້ນໜັກບັນດາສິ່ງທ້າທາຍໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນຢູ່ພາກພື້ນ ອາຊີ - ປາຊີຟິກ ເວົ້າລວມ ແລະ ສຳລັບ ຫວຽດນາມ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ