ຫວຽດນາມ ແລະ ປາຣາກວາຍ ຊຸກຍູ້ການພົວພັນຮ່ວມມື

(VOVWORLD) - ທີ່ການຕ້ອນຮັບ ທ່ານ ດັ້ງຊວນຢູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕີນ ທັງເປັນຜູ້ຮັບຜິດຊອບ ປາຣາກວາຍ ແລະ ອູຣູກວາຍ
ຫວຽດນາມ ແລະ ປາຣາກວາຍ ຊຸກຍູ້ການພົວພັນຮ່ວມມື - ảnh 1 ທ່ານນາງ Terumi Matsuo de Claverol ແລະ ທ່ານ ດັ້ງຊວນຢູງ (ພາບ: ຫວຽດນາມ+)

ທ່ານນາງ Terumi Matsuo de Claverol ຜູ້ວ່າການລັດຖະມົນຕີກະຊວງການຕ່າງປະເທດ ປາຣາກວາຍ ຢືນຢັນວ່າ ຫວຽດນາມ ແລະ ປາຣາກວາຍ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການຄ້າ. ທ່ານນາງ De Claverol ແບ່ງປັນບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ຍ້ອນຜົນຮ້າຍຢ້ອນຫຼັງຈາກການປ່ຽນແປງດິນຟ້າອາກາດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດນີ້. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງ ຢືນຢັນຄືນໃໝ່ ປາຣາກວາຍ ສະໜັບສະໜູນ ການແກ້ໄຂບັນດາຄວາມບໍ່ລົງລອຍກັນດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ພ້ອ,ນັ້ນທ່ານນາງ De Claverol ຍັງສະເໜີ ຫວຽດນາມ ແລະ ປາຣາກວາຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ.

ທ່ານ ເອກອັກຄະລັດຖະທູດ ດັ້ງຊວນຢູງ ຢືນຢັນ ຄວາມຕັດສິນໃຈຂອງ ຫວຽດນາມ ຊຸກຍູ້ການພົວພັນກັບ ປາຣາກວາຍ ໃນຫຼາຍຂົງເຂດ, ພິເສດແມ່ນການແລກປ່ຽນການຄ້າ ແລະ ວັດທະນະທຳ, ບົນພື້ນຖານການພົວພັນການເມືອງອັນດີງາມລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ