ຫວຽດນາມ ແລະ ລາຊະອານາຈັກອັງກິດ ຮ່ວມມືດ້ານພະລັງງານ ປະລະມານູເພື່ອສັນຕິພາບ

ຫວຽດນາມ ແລະ ລາຊະອານາຈັກອັງກິດ ຮ່ວມມືດ້ານພະລັງງານ ປະລະມານູເພື່ອສັນຕິພາບ  - ảnh 1
ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ ຮ່ວມ​ມື
​ດ້ານ​ພະລັງງານ ປະລະມານູ​ເພື່ອ​ສັນຕິພາບ
(ພາບ: VnExpress)


(vovworld) - ​ ຕອນ​ບ່າຍ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເລ​ດິງຕ໋ຽນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ລາຊະ​ອານາຈັກ​ອັງກິດ​ປະຈຳ​ຫວຽດນາມ Antony Stokes ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ນຳ​ໃຊ້​ພະລັງງານປະລະມານູ​ເພື່ອ​ສັນຕິພາບລະຫວ່າງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ສະຫະພັນ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ. ທ່ານ​ຮອງ​ລັດຖະມົນຕີ ​ເລ​ດິງຕ໋ຽນ ​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ອັນ​ກດັບ​ໜຶ່ງ​ຂອງ​ຫວຽດນາມ ​ແມ່ນ ຖື​ການ​ຮັບປະກັນ​ຄວາມ​ໝັ້ນຄົ​ງ, ​ດ້ານ​ນິວ​ເຄຼຍ​​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ວິວັດ​ການ​ພັດທະນາ, ນຳ​ໃຊ້​ນິວ​ເຄຼຍເພື່ອ​ຈຸດໝາຍ​ສັນຕິພາບ. ຫວຽດນາມ ຖື​ເປັນ​ສຳຄັນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ຂົງ​ເຂດ​ພະລັງ​ງານ​ນິວ​ເຄຼຍ. ​ເລື່ອງ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊວ່ຍຈຳ​ນີ້ຈະ​ສ້າງພື້ນຖານ​ເພື່ອ​ຜັນ​ຂະຫຍາຍ​ບັນດາລາຍການ, ​ໂຄງການຮ່ວມ​ມືຢ່າງ​ລະອຽດ​ລະຫວ່າງ 2 ປະ​ເທດ​ໃນ​ຂົງເຂດພະລັງງານປະລະມານູ​​ໃນ​ໄລຍະ​ຕໍ່ໆ​ໄປ.
ຂ່າວ/ບົດ​ອື່ນ