ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມື ດ້ານການສຶກສາ

ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມື ດ້ານການສຶກສາ - ảnh 1
ທ່ານ ຟ້າ​ມຫວູລ້ວນລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ
ແລະ ທ່ານ ພັນ​ຄຳ ວິພາ​ວັນລັດຖະມົນຕີ​ກະຊວງ​ສຶກສາ, ກິລາລາວ
(ພາບ: vietnamplus.vn)


(vovworld) - ​ ວັນ​ທີ 06/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໂດຍ​ທ່ານ ຟ້າ​ມຫວູລ້ວນ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ປະທານ​ສະພາ​ອົງການຈັດ​ຕັ້ງ​ລັດຖະມົນຕີ​ການ​ສຶກສາ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEAMEO) ​ໄດ້​ມິ​ຫານ​ເຈລະຈາ​ກັບ​ທ່ານ ພັນ​ຄຳ ວິພາ​ວັນ, ກຳມະການ​ກົມ​ການ​ເມືອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ກະຊວງ​ສຶກສາ, ກິລາລາວ ​ແລະ ​ເຮັດ​ວຽກ​ກັບ SEAMEO.

        ທີ່​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ​ລາວ, 2 ຝ່າຍ​ໄດ້​​​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ແດງ​ຄວາມປິ​ຕິ​ຊົມ​ຊື່ນຕໍ່ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງທີ່​ບັນລຸ​ໄດ້. ​ໃນ​ປີ 2014, 2 ຝ່າຍ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງຖິ່ນ​ຕ່າງໆຢ່າງ​ແໜ້ນ​​ແຟ້ນ​ເພື່ອ​ຜັນ​ຂະຫຍາຍໝາກຜົນ​ບັນດາ​ຂໍ້​ຕົກລົງ​ເຊິ່ງ 2 ຝ່າຍ​ໄດ້​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

        ທີ່​ການ​ເຮັດ​ວຽກັບ​ອົງການ SEAMEO, 2 ຝ່າຍ​ເຫັນ​ດີ​ຕໍ່​ໝາກຜົນ​ທີ່​ບັນລຸ​ໄດ້. ​ແຕ່ລະ​ປີ, SEAMEO ​ໄດ້​ຈັດ​ຕັ້ງ​ບັນດາ​ຊຸດ​ສຳ​ລຸງ​ສ້າງ​ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາມາດ​ຊີ້​ນ້ຳນຳພາ ​ແລະ ຄຸ້ມ​ຄອງ​ການ​ສຶກສາທີ່​ສະຫງວນ​ໃຫ້​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ. ມີ​ຫຼາຍ​ໂຄງການ​ຮ່ວມ​ມື​ອື່ນໆ​ກໍ່​ປະກອບສ່ວນ​ຢ່າງ​ແທດ​ຈິງ​​ເຂົ້າ​ໃນ​ການຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ