ຫວຽດນາມ ແລະ ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

(VOVWORLD) -ທ່ານພົນເອກ ໂຕເລີມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ
ຫວຽດນາມ ແລະ ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ - ảnh 1(ທ່ານພົນເອກ ໂຕເລີມ, ຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດລັດເຊຍ ປະຈຳຫວຽດນາມ)

ຕອນບ່າຍວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລີມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ, ຖື ລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ແລກປ່ຽນບັນດາຂໍ້ມູນຂ່າວ, ພ້ອມກັນໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໂລກ, ພາກພື້ນ; ແບ່ງປັນບົດຮຽນ, ສົມທົບກັນສືບສວນ, ຕາມລາ, ສົ່ງຕົວອາດຊະຍາກຳກ່ຽວຂ້ອງພົນລະເມືອງຂອງ 2 ປະເທດ, ໂດຍສະເພາະແມ່ນອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳຢາເສບຕິດ…

ສ່ວນທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ຢືນຢັນວ່າ, ໃນຖາໜ້າຕຳແໜ່ງໃໝ່, ທ່ານຈະສືບຕໍໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກວ່າອີກລະຫວ່າງສະຫະພັນລັດເຊຍ - ຫວຽດນາມ ເວົ້າລວມ, ລະຫວ່າງບັນດາອົງການຄວາມໝັ້ນຄົງ, ປະຕິບັດກົດໝາຍ ລັດເຊຍ ກັບກະຊວງຕຳຫຼວດຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ