ຫວຽດ​ນາມ ແລະ ສະ​ຫະ​ພາບ ອາ​ຟະ​ລິ​ກາ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ

(VOVWORLD) -  ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ AU ໃນບັນດາຂົງເຂດ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນໂດຍກົງ ແລະ ເປັນເຈົ້າການກວ່າ ສຳລັບບັນດາຄວາມມານະພະຍາຍາມລວມຂອງ AU ເພື່ອ “ພາກພື້ນ ອາຟະລິກາ ເຊື່ອມໂຍງ, ວັດທະນາຖາວອນ ແລະ ສັນຕິພາບ, ມີແຮງກະຕຸ້ນມາຈາກປະຊາຊົນ ອາຟະລິກາ ແລະ ຕາງໜ້າໃຫ້ກຳລັງທີ່ຂະຫຍັນຂັນເຄື່ອນໃນທົ່ວໂລກ”.
ຫວຽດ​ນາມ ແລະ ສະ​ຫະ​ພາບ ອາ​ຟະ​ລິ​ກາ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອທີໂອປີ ຫງວຽນນາມຕຽນ ກັບທ່ານປະທານຄະນະກຳມະການສະຫະພາບ ອາຟະລິກາ  Moussa Faki Mahamat (ພາບ:TTXVN)

ວັນທີ 15 ທັນວາ ຜ່ານມາ, ທ່ານ ຫງວຽນນາມຕຽນ ເອກອັກຄະລັດຖູະທູດ ຫວຽດນາມ ປະຈຳ ເອທີໂອປີ ໄດ້ເຂົ້າຍື່ນສານຕາຕັ້ງ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ວ່າດ້ວຍການບົ່ງຕົວໃຫ້ເປັນຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະພາບ ອາຟະລິກາ (AU) ໃຫ້ແກ່ທ່ານ Moussa Faki Mahamat ປະທານຄະນະກຳມະການ AU. ເຫດການດັ່ງກ່າວໄດ້ສ້າງຂີດໝາຍ ຫວຽດນາມ ແລະ AU ສ້າງຕັ້ງສາຍພົວພັນທາງການທູດ ຢ່າງເປັນທາງການ.

       ກ່າວຄຳເຫັນທີ່ພິທີ, ທ່ານ ເອກອັກຄະລັດຖະທູດ ຫງວຽນນາມຕຽນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ AU ໃນບັນດາຂົງເຂດ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນໂດຍກົງ ແລະ ເປັນເຈົ້າການກວ່າ ສຳລັບບັນດາຄວາມມານະພະຍາຍາມລວມຂອງ AU ເພື່ອ “ພາກພື້ນ ອາຟະລິກາ ເຊື່ອມໂຍງ, ວັດທະນາຖາວອນ ແລະ ສັນຕິພາບ, ມີແຮງກະຕຸ້ນມາຈາກປະຊາຊົນ ອາຟະລິກາ ແລະ ຕາງໜ້າໃຫ້ກຳລັງທີ່ຂະຫຍັນຂັນເຄື່ອນໃນທົ່ວໂລກ”.

      ນະທີ່ນີ້, ທ່ານປະທານຄະນະກຳມະການ AU Moussa Faki Mahamat ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະປະກອບສ່ວນໃຫຍ່ຫຼວງກວ່າອີກໃຫ້ແກ່ໂຄງການດຳເນີນງານຮອດປີ 2063 ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງຂອງ ອາຟະລິກາ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບ ອາຟະລິກາ ໃນທຸກຂົງເຂດ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນນາມຕຽນ ກໍຝາກຄຳເຊີນຂອງທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ເຊື້ອເຊີນທ່ານປະທານຄະນະກຳມະການ AU  ໄປຢ້ຽມຢາມ ຫວຽດນາມ ໃນໄວໆນີ້.


ຕອບກັບ

ຂ່າວ/ບົດ​ອື່ນ