ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​​ເລື່ອງ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 150 ຕື້ USD ໃນ​ປີ 2030

(VOVWORLD) - ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເນັ້ນໜັກວ່າ ລັດຖະບານ ສ.ເກົາຫຼີ ຖືການພົວພັນ ສ.ເກົາຫຼີ - ຫວຽດນາມ ເປັນສຳຄັນທີ່ສຸດ
ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​​ເລື່ອງ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 150 ຕື້ USD ໃນ​ປີ 2030 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol 

ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 22 – 24 ມິຖຸນາ ປີ 2023. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍຜັນຂະຫຍາຍບັນດາສັນຍາການຄ້າເສລີສອງຝ່າຍ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຢ່າງມີປະສິດທິຜົນ, ຜ່ານນັ້ນປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 100 ຕື້ USD ໂດຍໄວ ແລະ ມຸ່ງໄປເຖິງເປົ້າໝາຍ 150 ຕື້ USD ໃນປີ 2030 ຕາມທິດສົມດຸນ, ຍືນຍົງ.

ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເນັ້ນໜັກວ່າ ລັດຖະບານ ສ.ເກົາຫຼີ ຖືການພົວພັນ ສ.ເກົາຫຼີ - ຫວຽດນາມ ເປັນສຳຄັນທີ່ສຸດ, ຖືຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງສ.ເກົາຫຼີຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານປະທານາທິບໍດີ Yoon Suk Yeol ຢັ້ງຢືນວ່າ ລັດຖະບານ ສ.ເກົາຫຼີ ຈະສືບຕໍ່ສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ສ.ເກົາຫຼີມາລົງທຶນຢູ່ ຫວຽດນາມ, ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳ ປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ