ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືກ່ຽວກັບຕຸລາການ

ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືກ່ຽວກັບຕຸລາການ - ảnh 1
ທ່ານຮ່າ​ຮຸ່ງ​ເກື່ອງ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ
ພາບ:baomoi.com

(vovworld) – ​ ວັນ​ທີ 29/3, ຄະນະ​ປະຕິບັດ​ງານ​ ໂດຍ​ທ່ານຮ່າ​ຮຸ່ງ​ເກື່ອງ ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ນຳ​ໜ້າ​ໄດ້​ເດີນທາງ​ໄປ​ເຖິງ ​ເຊ​ອູ​ນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສ.​ເກົາຫຼີ. ການຢ້ຽ​ມຢາມຄັ້ງ​ນີ້, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ກັບກະຊວງ​ຍຸຕິ​ທຳ ​ແລະ ກະຊວງ​ນິຕິບັນຍັດ ສ.​ເກົາຫຼີ. ຕາ​ມ​ແຜນການ, ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ຈະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສ.​ເກົາຫຼີ ​ແລະ ລົງ​ນາມ​​ໃນຂໍ້​ຕົກລົງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກົດໝາຍ​ລະຫວ່າງ 2 ກະຊວງ. ​ໃນ​ໄລຍະ​​ເວລາຢູ່ ສ.​ເກົາຫຼີ, ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື​່ອງ ເຂົ້າ​ຢ້ຽມ​ຂຳ່ນັບປະ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ, ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳສ.​ເກົາ​ຫຼີ ​ແລະ ຜູ້​ຕ່າງ​ໜ້າ​ສະມາຄົ​ມຫວຽດນາມ ຢູ່​ ສ.​ເກົາຫຼີ

ຂ່າວ/ບົດ​ອື່ນ