ຫວຽດນາມ ແລະ ອົດສຕາລີ ຍູ້ແຮງການຮ່ວມມືໃນຂົງເຂດບັນຊີ, ກວດສອບບັນຊີ

ຫວຽດນາມ ແລະ ອົດສຕາລີ ຍູ້ແຮງການຮ່ວມມືໃນຂົງເຂດບັນຊີ, ກວດສອບບັນຊີ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດິ່ງ​ເຫ້ວ
ເຮັດ​ວຽກ​ກັບ​ການ​ນຳ​ CPA ຂອງ​ອົດສຕາ​ລີ
(ພາບ: vietnamplus.vn)


(vovworld) -     ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອົດສຕາ​ລີ, ວັນ​ທີ 11/12, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດິ່ງ​ເຫ້ວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ສະຫະ​ສະມາຄົມບັນ​ຊີ, ກວດ​ສອບ​ບັນຊີ (CPA) ຂອງ​ອົດສຕາ​ລີ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື​ດ້ານ​ບັນ​ຊີ, ກວດ​ສອບ​ບັນຊີລະຫວ່າງ​ຫວຽດນາມ ​ແລະ ອົດສຕາ​ລີ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້ລາຍ​ງານສະພາບ​ການ​ປະຕິບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ກະຊວງ​ການ​ເງິນ​ຫວຽດນາມ ​ແລະ ສະຫະ​ສະມາຄົມ​ບັນ​ຊີ, ກວດ​ສອບ​ບັນຊີ ອົດສຕາ​ລີ 2012. ສະຫະ​ສະມາຄົມ​ບັນ​ຊີ, ກວດ​ສອບ​ບັນຊີອົດສຕາ​ລີ ​ໄດ້​ສະ​ໜີ​ບັນດາ​ບົດຮຽນ​ໃນ​ການ​ດຳ​ເນີນອາຊີບ​ບັນ​ຊີ, ກວດ​ສອບ​ບັນຊີພາກ​ລັດ ​ແລະ ປຶກສາ​ຫາລື​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ. ພາຍ​ຫຼັງ​ການ​ເຮັດ​ວຽກ, ທ່ານ​ລັດ​ຖະມົນຕີ ເວື​ອງດ່ິງ​ເຫ້ວ ​ໄດ້​ຕອບ​ສຳພາດ​ຕໍ່ວາລະສານ “In the black” ຂອງສະຫະ​ສະມາຄົມ​ບັນ​ຊີ, ກວດ​ສອບ​ບັນຊີ ກ່ຽວ​ກັບ​ບັນຫາ​ການ​ເງິນ ​ແລະ ຄວບ​ຄຸມດ້ານ​ການ​ເງິນ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ