ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍົກ​ສູງ​ການ​ພົວ​ພັນ 2 ຝ່າຍ​

(VOVWORLD) - ເລື່ອງ ຫວຽດນາມ ແລະ ອົດສະຕາລີຍົກສູງການພົວພັນແມ່ນບາດກ້າວພັດທະນາທີ່ດີ ແລະ ເໝາະສົມກັບລະດັບການພົວພັນລະຫວ່າງສອງປະເທດພາຍຫຼັງ 50 ປີແຫ່ງການສ້າງສາ ແລະ ພັດທະນາ, ເພື່ອຜົນປະໂຫຍດ ແລະ ແງ່ຫວັງ ລວມຂອງປະຊາຊົນສອງປະເທດ
ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍົກ​ສູງ​ການ​ພົວ​ພັນ 2 ຝ່າຍ​ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Anthony Albanese (ພາບ: TTXVN)

ທີ່ການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ດຳເນີນໃນຕອນບ່າຍວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ໂດຍຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາການກຳນົດທິດຮ່ວມມືໃຫຍ່, ພົ້ນເດັ່ນຂອງ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໂດຍຫວຽດນາມ ແລະ ອົດສະຕາລີ ຫາກໍ່ສ້າງຂຶ້ນນັ້ນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຜ່ານມາ ໄດ້ປະສົບຜົນສຳເລັດ ດ້ວຍເລື່ອງສອງຝ່າຍອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

ທ່ານນາງຟ້າມທູຮັ່ງ ຢັ້ງຢືນວ່າ ເລື່ອງ ຫວຽດນາມ ແລະ ອົດສະຕາລີຍົກສູງການພົວພັນແມ່ນບາດກ້າວພັດທະນາທີ່ດີ ແລະ ເໝາະສົມກັບລະດັບການພົວພັນລະຫວ່າງສອງປະເທດພາຍຫຼັງ 50 ປີແຫ່ງການສ້າງສາ ແລະ ພັດທະນາ, ເພື່ອຜົນປະໂຫຍດ ແລະ ແງ່ຫວັງ ລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຂອງພາກພື້ນ ກໍຄືໃນໂລກ. ໝາກຜົນນີ້ ກໍ່ແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດ ຢ່າງແທດຈິງ ຂອງ ກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ XIII ຂອງ ຫວຽດນາມ, ໃນນັ້ນມີການສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນບັນດາຄູ່ຮ່ວມມື ເລິກເຊິ່ງກ່ວາອີກ, ເປັນຕົ້ນແມ່ນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ, ບັນດາຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດມາແຕ່ດົນນານ, ມຸ່ງໄປເຖິງການຮັບໃຊ້ເປົ້າໝາຍພັດທະນາຢ່າງແທດຈິງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ປະເທດຊາດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ