ຫວຽດນາມ ແລະ ອາກຊັງຕິນ ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2025

(VOVWORLD) - ການນຳ 2 ທ່ານສະແດງຄວາມເພິ່ງພໍໃຈຕໍ່ເລື່ອງ ວົງເງິນການຄ້າ 2 ສົ້ນສືບຕໍ່ແມ່ນຈຸດເດັ່ນໃນການພົວພັນ 2 ຝ່າຍ, ບັນລຸກວ່າ 4,8 ຕື້ USD ໃນປີ 2022; ມານະພະຍາຍາມພ້ອມກັນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 10 ຕື້ USD ໃນປີ 2050.
ຫວຽດນາມ ແລະ ອາກຊັງຕິນ ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2025 - ảnh 1(ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ Alberto Angel Fernandezt)

          ໂດຍສືບຕໍ່ການໄປຢ້ຽມຢາມ ອາກຊັງຕິນ ຢ່າງເປັນທາງການ, ວັນທີ 24 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ Buenos Aires, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ດຳເນີນການພົບປະກັບທ່ານປະທານາທິບໍດີ Alberto Angel Fernandezt. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາເພີ່ມທະວີການພົວພັນກັບ ອາກຊັງຕິນ ເວົ້າສະເພາະ ແລະ ພາກພື້ນ ອາເມລິກາ ລາຕິງ ເວົ້າລວມ ເພື່ອສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານນັບທັງການພົວພັນການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ບັນລຸປະສິດທິຜົນ, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຕາມຂົງເຂດ, ຄື: ອຸດສາຫະກຳ - ກະສິກຳ, ພະລັງງານ.

          ການນຳ 2 ທ່ານຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ໃນໄລຍະຜ່ານມາສືບຕໍ່ພັດທະນາຢ່າງຕັ້ງໜ້າ, ແທດຈິງ ແລະ ບັນລຸປະສິດທິຜົນ, ການນຳ 2 ທ່ານສະແດງຄວາມເພິ່ງພໍໃຈຕໍ່ເລື່ອງ ວົງເງິນການຄ້າ 2 ສົ້ນສືບຕໍ່ແມ່ນຈຸດເດັ່ນໃນການພົວພັນ 2 ຝ່າຍ, ບັນລຸກວ່າ 4,8 ຕື້ USD ໃນປີ 2022; ມານະພະຍາຍາມພ້ອມກັນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸລະດັບ 10 ຕື້ USD ໃນປີ 2050.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ລັດຖະບານ 2 ປະເທດ ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍ 3 ໝວດມາດຕະການລະອຽດ, ລວມມີ: ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄືທຸກຂັ້ນ, ຂະແໜງການ; ຊຸກຍູ້ການພິຈາລະນາເລີ່ມເຄື່ອນໄຫວການເຈລະຈາສັນຍາການຄ້າເສລີ ຫວຽດນາມ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ເປີດກວ້າງ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດອື່ນ, ຄື: ວັດທະນະທຳ, ການສຶກສາ, ກິລາ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ…

        ແລະກໍ່ໃນວັນທີ 24 ເມສາ, ກ່າວຄຳເຫັນທີ່ການພົບປະກັບທ່ານນາງປະທານສະພາສູງ, ຮອງປະທານາທິບໍດີ ອາກຊັງຕິນ Cristina Fernandez Kirchner, ການນຳ 2 ທ່ານໄດ້ເຫັນດີສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ແບ່ງປັນບົດຮຽນກ່ຽວກັບການສ້າງກົດໝາຍໃນບັນດາບັນຫາໜູນຊ່ວຍຜູ້ທຸກຍາກ, ການຮັບປະກັນຊີວິດສັງຄົມ ແລະ ການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ