ຫວຽດນາມ ແລະ ອານເຊຣີເພີ່ມທະວີການຮ່ວມມື 2 ຝ່າຍ

(VOVWORLD) -ໃນຂອບເຂດກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອານເຊຣີ ຢູ່ນະຄອນຫຼວງ Algies, ໃນຕອນບ່າຍວັນທີ 27 ພະຈິກ, ທ່ານລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຟ້າມຮົ່ງຮ່າ, ປະທານຄະນະກຳມາທິການ, ຫົວໜ້າຄະນະຜູ້ແທນຄະນະກຳມະການລະຫວ່າງລັດຖະບານຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ບໍ່ແຮ່ ອານເຊຣີ Youcef Yousfi.

ຫວຽດນາມ ແລະ ອານເຊຣີເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1ລັດຖະມົນຕີ 2 ທ່ານ

(ພາບ: TTXVN)

ນະທີ່ນີ້, 2 ຝ່າຍສະເໜີຄວນສ້າງກົນໄກໃໝ່, ພື້ນຖານກົດໝາຍຢ່າງໝັ້ນຄົງເພື່ອເປັນພື້ນຖານຊຸກຍູ້ການພົວພັນ 2 ຝ່າຍຫວຽດນາມ ແລະ ອານເຊຣີ ຈາກຂົງເຂດການເມືອງ ຕະຫຼອດຮອດບັນດາຂົງເຂດຮ່ວມມືອື່ນຄື: ຮ່ວມມືດ້ານການຄ້າ, ວັດທະນະທຳ, ສາທາລະນະສຸກ, ການປ້ອງກັນຊາດ… ທ່ານລັດຖະມົນຕີ Youcef Yousfi ສະເໜີວ່າ, ພາຍຫຼັງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 11 ນີ້, ຫວຽດນາມ ແລະ ອານເຊຣີ ຄວນສົ່ງເສີມສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບຂົງເຂດກະສິກຳ ແລະ ບໍ່ແຮ່ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ. ສ່ວນທ່ານລັດຖະມົນຕີ ຟ້າມຮົ່ງຮ່າ ຫວັງວ່າ, ໃນໄລຍະຈະມາເຖິງ, 2 ປະເທດເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນວິວັດການພັດທະນາ ແລະ ປ່ຽນແປງໃໝ່; ຫວຽດນາມ ກໍ່ຈະສະໜອງນັກຊ່ຽວຊານໜູນຊ່ວຍດ້ານກົດໝາຍ ຊ່ວຍອານເຊຣີ ເຈລະຈາເຂົ້າເປັນສະມາຊິກຂອງ WTO…

ຕອບກັບ

ຂ່າວ/ບົດ​ອື່ນ