ຫວຽດນາມ ແລະ ອາຟຣິກາໃຕ້ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ຍູ້ແຮງການຮ່ວມມື, ລົງທຶນ

(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນ, ການຮ່ວມມື, ການຄ້າ.
ຫວຽດນາມ ແລະ ອາຟຣິກາໃຕ້ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ຍູ້ແຮງການຮ່ວມມື, ລົງທຶນ - ảnh 1 ຫວຽດນາມ ແລະ ອາຟຣິກາໃຕ້ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ຍູ້ແຮງການຮ່ວມມື, ລົງທຶນ (ພາບ: TTXVN)

ໃນຂອບເຂດເວທີປາໄສຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 4, ວັນທີ 13 ມີນາ, ທີ່ສຳນັກງານຫ້ອງການການຄ້າ ແລະ ອຸດສາຫະກຳ (CCCI) Cape Town, ສະຖານທູດ ຫວຽດນາມ ປະຈຳ ອາຟຣິກາໃຕ້ ໄດ້ສົມທົບກັບອົງການການຄ້າ ຫວຽດນາມ ຈັດຕັ້ງກອງປະຊຸມໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາຟຣິກາໃຕ້ ແລະ ສົ່ງເສີມການຄ້າຢູ່ປະເທດ ອາຟຣິກາໃຕ້.

        ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານ ຫງວຽນກວັກເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຍົກອອກ 4 ສາຍເຫດຕົ້ນຕໍ ເພື່ອຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ທີ່ດູດດື່ມຂອງບັນດານັກລົງທຶນສາກົນ. ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນ, ການຮ່ວມມື, ການຄ້າ. ທ່ານຮອງລັດຖະມົນຕີ ຫງວຽນກວັກເກື່ອງ ເນັ້ນໜັກວ່າ ປັດຈຸບັນ, ການພົວພັນການຄ້າ 2 ຝ່າຍບັນລຸກ່ວາ 1 ຕື້ USD/ປີ ນັ້ນຍັງແມ່ນຕົວເລກຈຳກັດຢູ່ ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງການຮ່ວມມືຂອງ 2 ປະເທດ.

        ແລະກໍ່ໃນກອງປະຊຸມໂອ້ລົມສົນທະນາ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ແນະນຳໂດຍຫຍໍ້ກ່ຽວກັບທ່າແຮງ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມືຂອງ ຫວຽດນາມ ໃນບັນດາຂົງເຂດກະສິກຳ, ການບໍລິການ, ການທ່ອງທ່ຽວ, ຕ່ຳແຜ່ນຕັດຫຍິບ…

 

ຕອບກັບ

ຂ່າວ/ບົດ​ອື່ນ