ຫວຽດນາມ ແລະ ອາຣັບບີ ຊະອຸດີ ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວ

(VOVWORLD) - ດ້ວຍທີ່ຕັ້ງແມ່ນປະເທດແຖວໜ້າຢູ່ເຂດຕາເວັນອອກກາງ, ອາຣັບບີ ຊະອຸດີ  ແມ່ນຕະຫຼາດຈຸດສຸມສົ່ງເສີມການທ່ອງທ່ຽວຂອງ ຫວຽດນາມ
ຫວຽດນາມ ແລະ ອາຣັບບີ ຊະອຸດີ ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວ - ảnh 1(ພິທີເຊັນ “ໂຄງການກະທຳໃນຂົງເຂດການທ່ອງທ່ຽວ”)

        ໃນຂອບເຂດການຢ້ຽມຢາມ ອາຣັບບີ ຊະອຸດີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນບ່າຍວັນທີ 19 ຕຸລາ, ຢູ່ສຳນັກງານກະຊວງທ່ອງທ່ຽວ ອາຣັບບີ ຊະອຸດີ, ຜູ້ຕາງໜ້າກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງທ່ອງທ່ຽວ ອາຣັບບີ ຊະອຸດີ ໄດ້ເຊັນ “ໂຄງການກະທຳໃນຂົງເຂດການທ່ອງທ່ຽວ”.

        ໂຄງການກະທຳດັ່ງກ່າວໄດ້ວາງອອກບັນດາມາດຕະການຄື, ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນ, ບົດຮຽນ, ສ້າງສະຖິຕິກ່ຽວກັບຕະຫຼາດ Halal, ຄວາມຕ້ອງການຂອງແຂກທ່ອງທ່ຽວ, ພັດທະນາ - ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂະແໜງທ່ອງທ່ຽວ; ຈັດບັນດາເຫດການໂຄສະນາການທ່ອງທ່ຽວລວມ; ຊອກຫາກາລະໂອກາດລົງທຶນດ້ານການທ່ອງທ່ຽວ, ຜ່ານນັ້ນ, ກໍ່ຍູ້ແຮງການຮ່ວມມືຮອບດ້ານ ໃນດ້ານການທ່ອງທ່ຽວ ຫວຽດນາມ ແລະ ອາຣັບບີ ຊະອຸດີ.

        ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮູ່ງ ໃຫ້ຮູ້ວ່າ, ດ້ວຍທີ່ຕັ້ງແມ່ນປະເທດແຖວໜ້າຢູ່ເຂດຕາເວັນອອກກາງ, ອາຣັບບີ ຊະອຸດີ ແມ່ນຕະຫຼາດຈຸດສຸມສົ່ງເສີມການທ່ອງທ່ຽວຂອງ ຫວຽດນາມ, ພິເສດ ພາຍຫຼັງລັດຖະບານໄດ້ອະນຸມັດຜ່ານແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ເພື່ອສ້າງ ແລະ ພັດທະນາຂະແໜງ Halal ຫວຽດນາມ ຮອດປີ 2030” ເມື່ອຕົ້ນປີ 2023, ຜ່ານນັ້ນ, ກໍ່ເປີດຕະຫຼາດມຸດສະລິມທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

        ສ່ວນຝ່າຍ ອາຣັບບີ ຊະອຸດີ, ເຈົ້າຍິງ Haifa bint Mohammed Al-Saud, ຮອງລັດຖະມົນຕີກະຊວງທ່ອງທ່ຽວ ອາຣັບບີ ຊະອຸດີ, ຢືນຢັນວ່າ ຫວຽດນາມ ແລະ ຊະອຸດີ ອາຣັບບີ ໄດ້ແບ່ງປັນຄວາມຕັດສິນໃຈໃນການກະທຳເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດ. ເຈົ້າຍິງກໍ່ໃຫ້ຮູ້ວ່າ, ດ້ວຍຄວາມປາດຖະໜາຢາກຊຸກຍູ້ການແລກປ່ຽນການທ່ອງທ່ຽວກັບ ຫວຽດນາມ ຜ່ານທາງການບິນໃນໄລຍະຈະມາເຖິງ, ອາຣັບບີ ຊະອຸດີ ຫວັງວ່າ ຈະສ້າງສາຍການບິນໂດຍກົງລະຫວ່າງ 2 ປະເທດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ