ຫວຽດນາມ ແລະ ອາເມລິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) - ກໍ່ແມ່ນການ ສົນທະນາຂັ້ນລັດຖະມົນຕີຄັ້ງທຳອິດລະຫວ່າງ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຫວຽດນາມ ແລະ ອາເມລິກາ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ
(ພາບ: hanoimoi.vn)

        ໂດຍຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຜັນຂະຫຍາຍປະຕິບັດຖະແຫຼງການຮ່ວມລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ເມື່ອເດືອນ ກັນຍາ 2023, ກ່ຽວກັບການຍົກລະດັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ວັນທີ 25 ມີນາ, ຢູ່ ວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ເປັນປະທານການໂອ້ລົມສົນທະນາຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ ຄັ້ງທຳອິດ. ນີ້ກໍ່ແມ່ນການ ສົນທະນາຂັ້ນລັດຖະມົນຕີຄັ້ງທຳອິດລະຫວ່າງ ຫວຽດນາມ ແລະ ອາເມລິກາ ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ຢູ່ທີ່ນີ້, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບກ່ຽວກັບເລື່ອງ ເສີມຂະຫຍາຍກົນໄກໂອ້ລົມສົນທະນາຂັ້ນລັດຖະມົນຕີການຕ່າງປະເທດ; ປະຕິບັດບັນດາກົນໄກຮ່ວມມື 2 ຝ່າຍທີ່ພວມມີຢູ່ແລ້ວໃຫ້ບັນລຸປະສິດທິຜົນ, ໃນນັ້ນມີກົນໄກສົນທະນາດ້ານການເມືອງ - ຄວາມໝັ້ນຄົງ - ການປ້ອງກັນຊາດ, ການສົນທະນານະໂຍບາຍປ້ອງກັນຊາດ, ສົນທະນາສິດທິມະນຸດ; ເຫັນດີຕັ້ງໜ້າສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນ 2 ປະເທດຫັນການພົວພັນເປັນປົກກະຕິໃນປີ 2025.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ ອາເມລິກາ ສືບຕໍ່ສວມບົດບາດຕັ້ງໜ້າ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີ - ປາຊີຟິກ ແລະ ມະຫາສະມຸດອິນເດຍ ກໍ່ຄືໃນໂລກ. ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ເຫັນດີຕໍ່ຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວີທີ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ