ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນເສັ້ນທາງຮ່ວມມືອັນດີງາມ

(VOVWORLD) - ຕາມທ່ານ James W.Fatheree, ຮອງຫົວໜ້າຫ້ອງການການຄ້າ ອາເມລິກາ, ຜູ້ຮັບຜິດຊອບພາກພື້ນ ອາຊີ ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງພາກພື້ນ APEC ຢູ່ໃນໂລກ.
ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນເສັ້ນທາງຮ່ວມມືອັນດີງາມ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump 

ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ນະຄອນ ດ່ານັ້ງ (10 -12 ພະຈິກ). ຕາມທ່ານ James W.Fatheree, ຮອງຫົວໜ້າຫ້ອງການການຄ້າ ອາເມລິກາ, ຜູ້ຮັບຜິດຊອບພາກພື້ນ ອາຊີ ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງພາກພື້ນ APEC ຢູ່ໃນໂລກ. ເມື່ອປະເທດ ອາເມລິກາ ບໍ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ນັ້ນ, ຜ່ານການຮ່ວມມື APEC ບັນດາວິສາຫະກິດ ອາເມລິກາ ອາດຈະຊຸກຍູ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືພ້ອມກັນມີຜົນປະໂຫຍດ, ຊຸກຍູ້ຜົນປະໂຫຍດຂອງການຮ່ວມມືເຖິງທຸກໆຄົນ ແລະ ພິເສດ ແມ່ນໜູນຊ່ວຍບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ທີ່ມີອິດທິພົນຊື່ສຽງຂອງ ອາເມລິກາ ເພີ່ມທະວີການຮ່ວມມືຄູ່ຮ່ວມມືກັບບັນດາບໍລິສັດໃນພາກພື້ນ APEC. ທ່ານ James W.Fatheree ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງວ່າ ການຮ່ວມມື ຫວຽດນາມ - ອາເມລິກາ ຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ. ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ - ອາເມລິກາ ໄດ້ເພີ່ມທະວີຈາກລັດຖະບານສະໄໝຂອງທ່ານປະທານາທິບໍດີ Barack Obama. ແລະ ມາຮອດປະຈຸບັນ ແມ່ນພວກເຮົາພວມຢູ່ໃນການຮ່ວມມືອັນດີງາມ. ຫວັງວ່າ ລັດຖະບານຂອງທ່ານປະທານາທິບໍດີ Donald Trump ຈະສືບຕໍ່ຖື ຫວຽດນາມ ແມ່ນພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນສຳຄັນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຄືດັ່ງຂ້າພະເຈົ້າໄດ້ເວົ້າແລ້ວ, ປະຊາຄົມວິສາຫະກິດ ອາເມລິກາ ມີຄວາມສົນໃຈເຖິງຕະຫຼາດ ຫວຽດນາມ ທີ່ສຸດຍ້ອນປັດໄຈປະຊາກອນ, ລະດັບການເຕີບໂຕ, ບັນດາຄວາມກ້າວໜ້າໃນການປະຕິຮູບເສດຖະກິດ. ພວກຂ້າພະເຈົ້າຈະລະດົມລັດຖະບານສືບຕໍ່ນະໂຍບາຍຮ່ວມມືກັບ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ