ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຕ້ານການຕິດເຊື້ອ ແລະ ຕ້ານການດື້ຢາ

(VOVWORLD) -  ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳ ແນໃສ່ເພີ່ມທະວີກຳລັງຄວາມສາມາດຂອງບັນດາໂຄງການປ້ອງກັນ, ຕ້ານການຕິດເຊື້ອ
ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຕ້ານການຕິດເຊື້ອ ແລະ ຕ້ານການດື້ຢາ - ảnh 1ພາບປະກອບ / TTXVN

ຕອນບ່າຍວັນທີ 12 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໋ຽນ ແລະ ທ່ານ Robeert Redfield ຫົວໜ້າສູນຄວບຄຸມ ແລະ ຕ້ານໂລກລະບາດ ອາເມລິກາ (CDC ອາເມລິກາ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຕ້ານການຕິດເຊື້ອ, ຕິດຕາມກວດກາການດື້ຢາ ແລະ ຕິດເຊື້ອພະຍາດທີ່ກ່ຽວຂ້ອງເຖິງສຸຂະອະນາໄມ. ຕາມນັ້ນແລ້ວ, ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳ ແນໃສ່ເພີ່ມທະວີກຳລັງຄວາມສາມາດຂອງບັນດາໂຄງການປ້ອງກັນ, ຕ້ານການຕິດເຊື້ອ; ເພີ່ມທະວີກຳລັງຄວາມສາມາດໃນການວິໄຈ ເພື່ອພົບເຫັນເຊື້ອພະຍາດການດື້ຢາ ໂດຍຜ່ານການບຳລຸງ ແລະ ໃຫ້ຄຳປຶກສາ.

        2 ຝ່າຍໄດ້ສ້າງບັນດານະໂຍບາຍ, ແນະນຳປັບປຸງການຄຸ້ມຄອງນຳໃຊ້ຢາຕ້ານເຊື້ອ; ພັດທະນາ ແລະ ເພີ່ມທະວີກຳລັງຄວາມສາມາດຂອງຖັນແຖວພະນັກງານຄວບຄຸມໂລກລະບາດວິທະຍາ.

ຕອບກັບ

ຂ່າວ/ບົດ​ອື່ນ