ຫວຽດນາມ ແລະລາວເພີ່ມທະວີການຮ່ວມມືໃນວຽກງານແນວໂຮມ

(VOVWORLD) -ທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນທີ່ສອງຝ່າຍໄດ້ນຳມາປຶກສາຫາລືແລກປ່ຽນກັນໃນຕອນບ່າຍຂອງວັນດຽວກັນ
ຫວຽດນາມ ແລະລາວເພີ່ມທະວີການຮ່ວມມືໃນວຽກງານແນວໂຮມ - ảnh 1 ທ່ານ ໄຊສົມພອນ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບທ່ານ ເຫົ່າອາເລັ່ງ ເລຂາທິການໃຫຍ່ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ

ຕອນບ່າຍວັນທີ 28 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຫົ່າອາເລັ່ງ, ຮອງປະທານ ທັງເປັນ ເລຂາທິການໃຫຍ່ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ນຳໜ້າ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 28 ຫາວັນທີ 31 ພຶດສະພາ. ທີ່ການຕ້ອນຮັບ, ທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນທີ່ສອງຝ່າຍໄດ້ນຳມາປຶກສາຫາລືແລກປ່ຽນກັນໃນຕອນບ່າຍຂອງວັນດຽວກັນ, ໃນນັ້ນ ມີບັນດາບັນຫາກ່ຽວຂ້ອງເຖິງການປະຕິບັດແຈ້ງການຮ່ວມກອງປະຊຸມໃຫຍ່ສາກົນ ກໍ່ສ້າງເສັ້ນຊາຍແດນ ລາວ - ຫວຽດນາມ ສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາໄລຍະ 2017 – 2020 ໃຫ້ປະກົດຜົນເປັນຈິງ.

        ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊື່ອໝັ້ນວ່າ ສູນກາງແນວລາວສ້າງຊາດ ຈະສືບຕໍ່ເອົາໃຈໃສ່ໃຫ້ຄຳຊີ້ນຳ ເພີ່ມທະວີການເຄື່ອນໄຫວໄມຕີຈິດມິດຕະພາບ, ການຮ່ວມມືຫຼາຍຢ່າງ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດ ກ້າວເຂົ້າສູ່ລວງເລິກ, ແທດຈິງ, ພິເສດແມ່ນ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມື, ແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງສັງຄົມ, ປະຊາຊົນສອງປະເທດ; ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ລາວ ໃຫ້ເປັນຢ່າງດີ.

        ວັນທີ 29 ພຶດສະພາ, ຄະນະຜູ້ແທນຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມໄດ້ເຂົ້າຢ້ຽມຂ່ຳນັບການນຳລັດຖະບານ ແລະ ສະພາແຫ່ງຊາດລາວ; ຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ແລະ ສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວ.

ໝີບິງ - ນັກຂ່າວ VOV ປະຈໍາລາວ

ຕອບກັບ

ຂ່າວ/ບົດ​ອື່ນ