ຫວຽດ​ນາມ ໃຫ້ຄຳ​ໝັ້ນ​ສັນ​ຍາ​​ ມຸ່ງໄປ​ເຖິງ​ການ​ພັດ​ທະ​ນາ​ຊີ​ວະ​ນາໆ​ພັນ​ດ້ານ​ວັດ​ນະ​ທະ​ທຳ ທີ່ກວມ​ລວມ ແລະ ຍືນ​ຍົງ

(VOVWORLD) - ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ເລທິຮົ່ງເວິນ ເນັ້ນໜັກວ່າ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນການຄວບຄຸມສົນທິສັນຍາ.
ຫວຽດ​ນາມ ໃຫ້ຄຳ​ໝັ້ນ​ສັນ​ຍາ​​ ມຸ່ງໄປ​ເຖິງ​ການ​ພັດ​ທະ​ນາ​ຊີ​ວະ​ນາໆ​ພັນ​ດ້ານ​ວັດ​ນະ​ທະ​ທຳ ທີ່ກວມ​ລວມ ແລະ ຍືນ​ຍົງ - ảnh 1ຫວຽດນາມ ໃຫ້ຄຳໝັ້ນສັນຍາ ມຸ່ງໄປເຖິງການພັດທະນາຊີວະນາໆພັນດ້ານວັດນະທະທຳ ທີ່ກວມລວມ ແລະ ຍືນຍົງ (ພາບ: nhandan.vn)

ໃນລະຫວ່າງວັນທີ 6 – 8ມິຖຸນາ, ຢູ່ສຳນັກງານ UNESCO (ນະຄອນຫຼວງ ປາຣີ), ໄດ້ດຳເນີນກອງປະຊຸມຄັ້ງທີ 9 ສະມັດຊາໃຫຍ່ ສົນທິສັນຍາກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງ ການສະແດງທາງດ້ານວັດທະນະທຳ. ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານ ແລະ ບໍລິຫານຂອງທ່ານນາງ Elia Del Carmen Guerra Jurado ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ປານາມາ ປະຈຳ UNESCO. ຫວຽດນາມ, ແບນຊິກ, ຣູມານີ ແລະ ນີເຊຣີ ດຳລົງຕຳແໜ່ງຮອງປະທານສະມັດຊາໃຫຍ່.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ເລທິຮົ່ງເວິນ ເນັ້ນໜັກວ່າ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນການຄວບຄຸມສົນທິສັນຍາ, ຜັນຂະຫຍາຍບັນດາບູລິມະສິດຍຸດທະສາດຢ່າງມີປະສິດທິຜົນ, ໃນນັ້ນມີສະພາບແວດລ້ອມດີຈີຕອນ, ທີ່ຕັ້ງບົດບາດຂອງນັກສິລະປິນ, ກໍ່ຄືບັນດາບຸລິມະສິດທົ່ວໂລກເຊິ່ງອົງການ ສປຊ ນີ້ພວມມຸ່ງໄປເຖິງ, ຄືຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບັນດາປະເທດເກາະພວມພັດທະນາ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັບບັນດາປະເທດ ສະມາຊິກ ແລະ ຄູ່ຮ່ວມມືເພື່ອແນໃສ່ເສີມຂະຫຍາຍກຳລັງແຮງດ້ານວັດທະນະທຳ ແລະ ປະດິດຄິດສ້າງ ເພື່ອການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ