ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ບົດບາດຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ

(VOVWORLD) -ວັນທີ 08 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປະຈຳໄລຍະ 6 ເດືອນ ກ່ຽວກັບວຽກງານຂອງກົນໄກແກ້ໄຂບັນດາກໍລະນີທີ່ຍັງຄົງຄ້າງຂອງບັນດາສານສາກົນ (ເອີ້ນຫຍໍ້ວ່າ ກົນໄກ).
ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ບົດບາດຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ
(ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງກົນໄກ ໃນການຜັນຂະຫຍາຍມາດຕະການປະຕິບັດມະຕິເລກທີ 2529 (2020) ຂອງສະພາຄວາມໝັ້ນຄົງ, ສະໜັບສະໜູນການພິພາກສາຖືກກຳນົດເວລາ, ປະຕິບັດວິໄສທັດສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບກົນໄກມີ “ຂອບຂະໜາດໜ້ອຍ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຊົ່ວຄາວດ້ວຍກົນໄກ ແລະ ພາລະໜ້າທີ່ຄ່ອຍໆຫຼຸດລົງຕາມການເວລາ”. ທ່ານ ດັ້ງດິ່ງກຸຍ, ເນັ້ນໜັກວ່າ ປະເທດຊາດມີໜ້າທີ່ຄວາມຮັບຜິດຊອບແຖວໜ້າໃນການຟ້ອງສານ, ພິພາກສາໂທດກຳສາກົນທີ່ຮ້າຍແຮງ ແລະ ສະໜັບສະໜູນການຮ່ວມມື, ໜູນຊ່ວຍປະເທດປະຕິບັດສິດພິພາກສາ. ຫວຽດນາມ ຢືນຢັນຄຳໝັ້ນສັນຍາຊຸກຍູ້ບົດບາດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

        ເດືອນ ມິຖຸນາ 2020, ດ້ວຍການປະສານງານຂອງຫວຽດນາມ, ສະພາຄວາມໝັ້ນຄົງໄດ້ເຈລະຈາ ແລະ ຮັບຮອງເອົາມະຕິເລກທີ 2529 ກ່ຽວກັບການກວດກາການເຄື່ອນໄຫວຂອງກົນໄກ.

ຕອບກັບ

ຂ່າວ/ບົດ​ອື່ນ