ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບສາກົນເພື່ອແກ້ໄຂບັນຫາຄົນລີ້ໄພ

(VOVWORLD) - ວັນທີ 1 ພະຈິກ, ຄະນະກຳມະການບັນດາບັນຫາວັດທະນະທຳ, ມະນຸດສະທຳ ແລະ ສັງຄົມ (ຄະນະກຳມະການ 3) ທີ່ຂຶ້ນກັບສະມັດຊາໃຫຍ່ສະຫະປະຊາຊາດ ຈັດຕັ້ງວາລະປຶກສາຫາລືລວມກ່ຽວກັບບົດລາຍງານຂອງຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບຄົນລີ້ໄພ (UNHCR)

ບັນດາບັນຫາທີ່ກ່ຽວຂ້ອງເຖິງຄົນລີ້ໄພ, ຄົນກັບບ້ານເກີດເມືອງນອນ, ຄົນທີ່ສູນເສຍເຮືອນຊານບ້ານຊ່ອງ ແລະ ບັນດາບັນຫາມະນຸດສະທຳ. ຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບຄົນລີ້ໄພໄດ້ເດີນທາງມາເຂົ້າຮ່ວມ ແລະ ສະເໜີບົດລາຍງານຕໍ່ຄະນະກຳມະການ.

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານ ນາງ ຟ້າມທິກີມແອງ, ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຢັ້ງຢືນວ່າ ບັນຫາຄົນລີ້ໄພແມ່ນໜຶ່ງໃນຈຳນວນສິ່ງທ້າທາຍທີ່ບັນດາປະເທດໃນໂລກພວມຕ້ອງຮັບມື. ບັນຫາຄົນລີ້ໄພມີຄວາມກ່ຽວຂ້ອງຢ່າງແໜ້ນແຟ້ນເຖິງບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ສິດທິມະນຸດ ດັ່ງນັ້ນຕ້ອງມີມາດຕະການຍາວນານໝັ້ນຄົງໃຫ້ບັນຫາຄົນລີ້ໄພດັ່ງກ່າວນີ້.

ທ່ານ ນາງ ເອກອັກຄະລັດຖະທູດ ຟ້າມທິກີມແອງ ກໍ່ໄດ້ເນັ້ນໜັກວ່າ ບັນດາຜູ້ປະສົບເຄາະຮ້າຍທີ່ມີຄວາມສ່ຽງສູງກວ່າໝູ່ໃນກະແສຄົນລີ້ໄພ ຕົ້ນຕໍແມ່ນແມ່ຍິງ ແລະ ເດັນນ້ອຍ, ແລະ ເຂົາເຈົ້າກໍ່ກາຍເປັນຜູ້ປະສົບເຄາະຮ້າຍຂອງການຄ້າຂາຍມະນຸດໄດ້ງ່າຍກວ່າ. ຍ້ອນແນວນັ້ນ, ປະຊາຄົມສາກົນຄວນປົກປ້ອງ ແລະ ສະໜອງສະບຽງອາຫານ, ຢາປົວພະຍາດ, ນ້ຳດື່ມ ແລະ ທີ່ພັກອາໄສ ໃຫ້ເຂົາເຈົ້າ. ການປະຕິບັດຖະແຫຼງການນິວຢອກກ່ຽວກັບຊາວອົບພະຍົບ ແລະ ຄົນລີ້ໄພ ຈະຊ່ວຍປ່ຽນບັນດາຄຳໝັ້ນສັນຍາໃຫ້ກາຍເປັນການກະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ