ຫວຽດນາມ ໃຫ້ບຸລິມະສິດເປັນພິເສດເຖິງການເຕີບໂຕຂຽວ

(VOVWORLD) - ໃນຊຸມປີຜ່ານມາ, ລັດຖະບານ ສະວິດ ໄດ້ສະຫງວນບຸລິມະສິດໜູນຊ່ວຍໃຫ້ການພັດທະນາພາກເອກະຊົນ
ຫວຽດນາມ ໃຫ້ບຸລິມະສິດເປັນພິເສດເຖິງການເຕີບໂຕຂຽວ - ảnh 1 ເວທີປາໄສຈັດຕັ້ງໃນວັນທີ 4 ເມສາ

ເວທີປາໄສຂັ້ນສູງ “ການເຕີບໂຕຂຽວຢ່າງມີປະສິດທິຜົນ - ແງ່ຫວັງ ຈາກ ຫວຽດນາມ ແລະ ສະວິດ” ໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບສະຖານທູດ ສະວິດ ປະຈຳ ຫວຽດນາມ ຈັດຕັ້ງໃນວັນທີ 4 ເມສາ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນຈີ໋ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫູ້ຮ້ວ່າ: ໃນຊຸມປີຜ່ານມາ, ລັດຖະບານ ສະວິດ ໄດ້ສະຫງວນບຸລິມະສິດໜູນຊ່ວຍໃຫ້ການພັດທະນາພາກເອກະຊົນ, ພິເສດແມ່ນຊຸກຍູ້ການນຳໃຊ້ແຫຼ່ງຊັບພະຍາກອນຢ່າງມີປະສິດທິຜົນ; ໜູນຊ່ວຍລັດຖະບານ ແລະ ບັນດາວິສາຫະກິດພາກເອກະຊົນ ຫັນການຜະລິດປອດສານພິດຢູ່ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢູ້ງ ກ່າວວ່າ:

        “ບົນພື້ນຖານການພົວພັນທາງດ້ານການເມືອງ, ການທູດ ແລະ ເສດຖະກິດລະຫວ່າງ ຫວຽດນາມ - ສະວິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ 2 ປະເທດໃນການຊຸກຍູ້ການເຕີບໂຕຂຽວ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ. ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍ ຫວຽດນາມ ແລະ ສະວິດ ແບ່ງປັນບັນດາວິທີການ, ບັນດາມາດຕະການເພື່ອແນໃສ່ຊຸກຍູ້ການເຕີບໂຕຂຽວຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.”

        ທ່ານນາງ Doris Leuthard, ລັດຖະມົນຕີຜູ້ຮັບຜິດຊອບສິ່ງແວດລ້ອມ, ຄົມມະນາຄົມ, ພະລັງງານ ແລະ ສື່ສານ ສະວິດ, ໃຫ້ຮູ້ວ່າ: ສະວິດ ໃຫ້ຄຳໝັ້ນສັນຍາວ່າແມ່ນຄູ່ຮ່ວມມືຂອງ ຫວຽດນາມ, ພ້ອມກັນຮ່ຳຮຽນ, ສົ່ງເສີມພວກເພື່ອນພ້ອມກັນມຸ່ງໄປເຖິງການແກ້ໄຂບັນດາສິ່ງທ້າທາຍລວມ, ມຸ່ງໄປເຖິງຄວາມວັດທະນາຖາວອນ, ສະພາບແວດລ້ອມປອດໂປ່ງ, ສະອາດໃຫ້ແກ່ ຫວຽດນາມ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ