ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 77

(VOVWORLD) - ຫວຽດນາມ ໄດ້ປະຕິບັດບົດບາດນີ້ຢ່າງສຳເລັດຜົນ, ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງໃນຂະບວນການປຶກສາຫາລື ເພື່ອໃຫ້ສະມັດຊາໃຫຍ່ຮັບຮອງເອົາໂຄງການດຳເນີນງານກວມລວມໃນທຸກແງ່ມູມຂອງຊີວິດສາກົນ
ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 77  - ảnh 1(ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ້ງຮ່ວາງຢາງ ບໍລິຫານກອງປະຊຸມສະມັດຊາໃຫຍ່)

            ວັນທີ 05 ກັນຍາ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ດຳເນີນບັນດາວາລະອັດກອງປະຊຸມຄັ້ງທີ 77 ຢູ່ ນິວຢອກ, ປະເທດອາເມລິກາ. ດ້ວຍເລື່ອງສິ້ນສຸດກອງປະຊຸມ, ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຮອງປະທານສະມັດຊາໃຫຍ່ສະຫະປະຊາຊາດແຕ່ເດືອນ ກັນຍາ ປີ 2022 ຫາເດືອນ ກັນຍາ ປີ 2023.

            ໃນຖານະເປັນຮອງປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77, ຫວຽດນາມ ໄດ້ປະຕິບັດບົດບາດນີ້ຢ່າງສຳເລັດຜົນ, ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງໃນຂະບວນການປຶກສາຫາລື ເພື່ອໃຫ້ສະມັດຊາໃຫຍ່ຮັບຮອງເອົາໂຄງການດຳເນີນງານກວມລວມໃນທຸກແງ່ມູມຂອງຊີວິດສາກົນ, ເຂົ້າຮ່ວມວິວັດການສະເໜີ, ການວາງກຳນົດບັນດາຂໍ້ຕົກລົງສຳຄັນຂອງໂລກໃຫ້ສົມບູນແບບ. ໃນອາຍຸການນີ້, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະເໜີຂໍ້ລິເລີ່ມ, ມາດຕະການແກ້ໄຂໃນຫຼາຍບັນຫາໃຫຍ່ຂອງສະຫະປະຊາຊາດ. ພົ້ນເດັ່ນແມ່ນ, ຫວຽດນາມ ໄດ້ເປັນປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອປຶກສາຫາລື ແລະ ຮັບຮອງເອົາມະຕິຮຽກຮ້ອງສານຍຸຕິທຳສາກົນ (ICJ) ຍົກອອກການໃຫ້ຄຳປຶກສາຫາລືສຳລັບການປ່ຽນແປງຂອງດິນຟ້າອາກາດ, ບັນດາມະຕິກ່ຽວກັບການຈັດຕັ້ງກອງປະຊຸມສຸດຍອດກ່ຽວກັບການກຽມພ້ອມປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດ... ການເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າຂອງ  ຫວຽດນາມ ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານລວມ ແລະ ບັນດາບຸລິມະສິດໃຫຍ່ຂອງສະຫະປະຊາຊາດ ກໍ່ຄືຂອງປະຊາຄົມສາກົນ; ຊຸກຍູ້ການຮ່ວມມື,  ຄວາມສາມັກຄີ ແລະ ເພີ່ມທະວີລັດທິຫຼາຍຝ່າຍເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກທີ່ພວມພົ້ນເດັ່ນຂຶ້ນໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ